ອົງການກວດກາພັກ-ລັດ ແຂວງບໍລິຄຳໄຊ ເປັນອົງການໜຶ່ງທີ່ສໍາຄັນໃນການເຮັດໜ້າທີ່ຊຸກຍູ້ວຽກງານໜ່ວຍພັກ ແລະ ລັດ ໂດຍຖືສໍາຄັນການປະຕິບັດພາລະບົດບາດ ໃນການກວດກາໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເອົາໃຈໃສ່ຕໍ່ການກວດສອບ ແລະ ຕໍ່ກັບຄຳຮ້ອງທຸກ, ຄຳສະເໜີຂອງປະຊາຊົນ.
ທ່ານ ດວງຕາ ມໍລະຄາສຸກ ປະທານຄະນະກວດກາພັກ, ອົງການກວດກາລັດແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ສຳນັກຂ່າວສານປະເທດລາວ ເມື່ອບໍ່ດົນນີ້ວ່າ: ການຈັດຕັ້ງປະຕິບັດວຽກງານກວດກາລັດ ແລະ ການແກ້ໄຂຜົນການກວດສອບໃນປີຜ່ານມາ, ຜ່ານການຕິດຕາມການແກ້ໄຂຜົນການກວດສອບຕາມຄໍາສັ່ງ 3 ເປົ້າໝາຍ ມີມູນຄ່າທີ່ຕ້ອງໄດ້ເກັບກູ້ເງິນຄືນ 1.059,82 ລ້ານກີບ ແລະ 2,88 ລ້ານບາດ; ຕິດຕາມການແກ້ໄຂຜົນການກວດກາ ໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ແລະ 10 ຕື້ກີບລົງມາຈໍານວນ 67 ໂຄງການ, ຫລຸດລົງ 2 ໂຄງການ(ແຜນປີ 69 ໂຄງການ). ໃນນັ້ນ, ໂຄງການ 10 ຕື້ກີບຂຶ້ນໄປມີ 43 ໂຄງການ ແລະ ໂຄງການນອກແຜນ 1 ໂຄງການ ມູນຄ່າ 29,53 ຕື້ກີບ, ໂຄງການ 10 ຕື້ລົງມາມີ 23 ໂຄງການ. ຕາມຜົນການກວດສອບທີ່ສະພາແຫ່ງຊາດຕົກລົງ ມີ 5 ໂຄງການ, ໃນປີ 2023 ໄດ້ບັນຈຸເຂົ້າແຜນການລົງທຶນຂອງລັດ 1 ໂຄງການ ມູນຄ່າ 60,54 ຕື້ກີບ. ສ່ວນການສະເໜີຂອງສະພາປະຊາຊົນແຂວງມີ 5 ໂຄງການ ເພີ່ມຂຶ້ນ 4 ໂຄງການ, ໃນປີ 2023 ໄດ້ບັນຈຸເຂົ້າແຜນການລົງທຶນຂອງລັດ 4 ໂຄງການ ມູນຄ່າ 2,32 ຕື້ກີບ.
ທ່ານ ດວງຕາ ມໍລະຄາສຸກ ຍັງໃຫ້ຮູ້ອີກວ່າ: ໃນປີຜ່ານມາອົງການກວດກາລັດ ແຂວງບໍລິຄໍາໄຊ ເລັ່ງເອົາໃຈໃສ່ຫລາຍໜ້າວຽກສໍາຄັນ ເປັນຕົ້ນ ບັນດາໜີ້ຕ້ອງຮັບ ຈາກສ່ວຍສາອາກອນ 6,92 ຕື້ກີບ, ໃນປີ 2023 ສາມາດຈັດເກັບໜີ້ທີ່ຕິດພັນກັບງົບປະມານໄດ້ 1 ບໍລິສັດຈໍານວນ 15,39 ລ້ານກີບ, ຍັງຄ້າງ 6,90 ຕື້ກີບ; ໜີ້ຕ້ອງຮັບຈາກຊັບສິນຂອງລັດ 621,32 ລ້ານກີບ ແລະ 145.855 ກວ່າໂດລາສະຫະລັດ ສາມາດຈັດເກັບໄດ້ 279,98 ລ້ານກີບ ແລະ 37.134 ກວ່າໂດລາສະຫະລັດ; ໜີ້ຕ້ອງຮັບຈາກເງິນຄຸ້ມຄອງໂຄງການລົງທຶນຂອງລັດ 79 ໂຄງການ ມູນຄ່າ 32,47 ຕື້ກີບ, ພະແນກໂຍທາທິການ ແລະ ຂົນສົ່ງຈໍານວນທີ່ຍັງຄ້າງ 75 ໂຄງການ ມູນຄ່າການກໍ່ສ້າງຕາມສັນຍາ 4.714,16 ຕື້ກີບ, ມູນຄ່າເງິນຄຸ້ມຄອງໂຄງການຕາມສັນຍາ 41,23 ຕື້ກີບ, ໃນປີ 2023 ໄດ້ຮັບເງິນຄຸ້ມຄອງໂຄງການຈໍານວນ 7 ໂຄງການມູນຄ່າ 45 ລ້ານກີບ.
ສໍາລັບພະແນກພະລັງງານ ແລະ ບໍ່ແຮ່ ມີໜີ້ຕ້ອງຮັບຈາກເງິນຄຸ້ມຄອງຕາມສັນຍາ 1 ໂຄງການ ຈໍານວນ 276,26 ລ້ານກີບ, ການເລັ່ງທວງລາຍຈ່າຍລ່ວງໜ້າໃນລະບົບຄັງເງິນປະຈໍາແຂວງຈໍານວນ 8.42 ຕື້ກີບ, ການສະຫລຸບລາຍຮັບ-ລາຍຈ່າຍເງິນຕິດຕາມການພັດທະນາໂຄງການພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ການຈັດຕັ້ງປະຕະບັດລາຍຈ່າຍງົບປະມານແຫ່ງລັດ, ການຄຸ້ມຄອງການລົງທຶນດ້ານບໍ່ແຮ່, ການວາງເງິນຄໍ້າປະກັນ ແລະ ການດັດແກ້ມູນຄ່າໂຄງການກໍ່ສ້າງຈໍານວນ 129,67 ຕື້ກີບ ແລະ ອື່ນໆ.
ພາບຂ່າວ: ຂປລ