ເກິດເຫດໂຈນປຸ້ນຈີ້ຊີງເອົາສາຍຄໍຄຳ ພ້ອມຈັບຕົວເຈົ້າຂອງຊັບເປັນໂຕປະກັນ ຢູ່ບ້ານຕີນທາດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ວັນທີ 18 ທັນວາ 2023, ເກີດເຫດມີໂຈນປຸ້ນເອົາສາຍຄໍ ແລະ ແທງຕົວປະກັນໄດ້ຮັບບາດເຈັບ ຢູ່ບ້ານຕີນທາດ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ.

ຜູ້ເຫັນເຫດການເລົ່າວ່າ: ເຫດການເບື້ອງຕົ້ນໂຈນໄດ້ປຸ້ນຈີ້ເອົາສາຍຄໍຄຳ ຂອງພົນລະເມືອງພ້ອມຈັບເຈົ້າຂອງຊັບເປັນຕົວປະກັນ ເພື່ອຕໍ່ລອງກັບຕຳຫລວດ ໃນຂະທີ່ເຂົ້າປະຕິບັດໜ້າທີີ່, ຕໍ່ມາຄົນຮ້າຍໄດ້ໃຊ້ມີດແທງຕົວປະກັນບາດເຈັບ ແລະ ຕຳຫລວດ ຈຶ່ງໃຊ້ມາດຕະການຂັ້ນເດັດຂາດຕາມຍຸດທະວິທີ,ຍິງປືນໃສ່ຂາໂຈນ ແລະ ຈັບຕົວໄດ້.

ສ່ວນຂໍ້ມູນລະອຽດທາງເຈົ້າໜ້າທີ່ພວມດຳເນີນການສືບສວນ-ສວນສວນ ແລະ ຈະດຳເນີນຄະດີຕາມລະບຽບກົດໝາຍ.