ເຕືອນສັງຄົມ! ລະວັງການໂຄສະນາສັບພະຄຸນຢາ ແລະ ອາຫານເສີມ ເກີນຄວາມເປັນຈິງ ຜ່ານສື່ອອນລາຍ

ທ່ານ ​ດຣ ບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 11 ທັນວາ 2023 ວ່າ: ໄລຍະຜ່ານມາ ກໍຄື ປັດຈຸບັນ ປາກົດມີການໂຄສະນາກ່ຽວກັບສັບພະຄຸນຢາ ແລະ ອາຫານເສີມຜ່ານສື່ອອນລາຍ, ທັງເຟສບຸກ, ຕິກຕ໊ອກ, ຢູທູບ ແລະ ອື່ນໆ ຢ່າງກວ້າງຂວາງ ຊຶ່ງເປັນການໂຄສະນາເກີນຄວາມເປັນຈິງ, ເວົ້າຕາມອໍາເພີໃຈ ແລະ ໂອ້ອວດສັບພະຄຸນທີ່ບໍ່ເປັນຄວາມຈິງ ເພື່ອດຶງດູດຜູ້ຊົມໃຊ້ ຫລື ຜູ້ບໍລິໂພກ. ແຕ່ໃນຕົວຈິງແລ້ວ ກະຊວງສາທາລະນະສຸກ ແມ່ນມີນິຕິກໍາກ່ຽວຂ້ອງທີ່ໄດ້ກໍານົດຊັດເຈນຜູ້ທີ່ຕ້ອງການຈໍາໜ່າຍຜະລິດຕະພັນດັ່ງກ່າວຕ້ອງໄດ້ຂຶ້ນທະບຽນ, ໄດ້ຮັບອະນຸຍາດນໍາເຂົ້າ ແລະ ໄດ້ຮັບອະນຸຍາດໂຄສະນາ ຈາກກົມອາຫານ ແລະ ຢາ ເພື່ອກວດສອບເນື້ອໃນໂຄສະນາກັບສັບພະຄຸນຂອງຜະລິດຕະພັນວ່າຖືກຕ້ອງ ຫລື ບໍ່ ຈຶ່ງສາມາດດໍາເນີນການໄດ້.

ການສັ່ງຊື້ຢາ ແລະ ອາຫານເສີມ ຜ່ານລະບົບອອນລາຍ ແມ່ນມີຄວາມສ່ຽງຫລາຍ ເນື່ອງຈາກພວກເຮົາບໍ່ຮູ້ແຫລ່ງທີ່ມາຂອງຜະລິດຕະພັນ ຊຶ່ງອາດຈະມີທັງຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ (ອາດມີການລັກລອບນໍາເຂົ້າເຮັດໃຫ້ເຈົ້າໜ້າທີ່ກ່ຽວຂ້ອງບໍ່ຮັບຮູ້ນຳ) ເຮັດໃຫ້ມີຄວາມສ່ຽງສູງຕໍ່ສຸຂະພາບຂອງຜູ້ບໍລິໂພກ. ດັ່ງນັ້ນ, ກົມອາຫານ ແລະ ຢາ ໄດ້ອອກແຈ້ງເຕືອນເປັນປະຈໍາເພື່ອບໍໃຫ້ຜູ້ບໍລິໂພກຫລົງເຊື່ອການໂຄສະນາສັບພະຄຸນຢາ ແລະ ອາຫານເສີມຜ່ານສື່ສັງຄົມອອນລາຍໂດຍບໍ່ໄດ້ຮັບອະນຸຍາດ ເພາະມັນສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງຜູ້ບໍລິໂພກ.

​ທ່ານກ່າວຢໍ້າວ່າ: ຖ້າຫາກບຸກຄົນ ຫລື ນິຕິບຸກຄົນທີ່ໄດ້ຮັບອະນຸຍາດໃຫ້ມີການໂຄສະນາກ່ຽວກັບສັບພະຄຸນຢາ ແລະ ອາຫານເສີມ, ຜູ້ປະກອບການຈະລະບຸເລກອະນຸຍາດການໂຄສະນາຈາກພາກສ່ວນກ່ຽວຂ້ອງຢ່າງລະອຽດ. ສະນັ້ນ,  ກ່ອນຈະຊື້ ຫລື ກ່ອນຈະຊົມໃຊ້ຜະລິດຕະພັນດັ່ງກ່າວຜ່ານສື່ອອນລາຍ, ຜູ້ບໍລິໂພກຕ້ອງກວດກາໃຫ້ລະອຽດເພື່ອຄວາມຖືກຕ້ອງຕາມຄວາມເປັນຈິງ ເພື່ອສຸຂະພາບຂອງຕົນເອງ.