ຫວຽດນາມ-ລາວ-ກຳປູເຈຍ ພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຄັ້ງທີ I

ກອງປະຊຸມພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ 3 ຝ່າຍ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ -ລາວ-ກຳປູເຈຍ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 14 ທັນວາ 2023 ທີ່ແຂວງກອນຕຸມ ສສ ຫວຽດນາມ. ທັງ3ຝ່າຍ ໄດ້ຜັດປ່ຽນກັນມີຄໍາເຫັນ ແລະ ຕີລາຄາຄືນຜົນງານການຈັດຕັ້ງປະຕິບັດວຽກງານຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານວຽກງານຊາຍແດນ ລະຫວ່າງ 3 ກອງທັບຫວຽດນາມ-ລາວ-ກຳປູເຈຍ ໃນໄລຍະຊຸມປີຜ່ານມາ ແລະ ພ້ອມກັນວາງທິດທາງແຜນການຮ່ວມມືດ້ານຕ່າງໆໃນຊຸມປີຕໍ່ໜ້າ.
ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ ສປປ ລາວ ມີຄຳເຫັນວ່າ: ກອງປະຊຸມພົບປະຄັ້ງນີ້ຖືເປັນຄັ້ງທຳອິດ, ເຊິ່ງມີຄວາມໝາຍຄວາມສຳຄັນທີ່ສຸດ ແລະ ເປັນຄັ້ງປະຫວັດສາດທີ່ 3 ກອງທັບຮ່ວມກັນຈັດງານພົບປະແລກປ່ຽນມິດຕະພາບຄັ້ງນີ້ຂຶ້ນ, ສຳລັບ ລາວ, ຫວຽດນາມ, ກໍາປູເຈຍ ແມ່ນສາມປະເທດທີ່ມີຊາຍແດນຕິດຈອດກັນ ເປັນສາມປະເທດທີ່ເຄີຍຕົກຢູ່ໃນຊະຕາກໍາອັນດຽວກັນ, ມີມູນເຊື້ອສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນມາແຕ່ດຶກດໍາບັນແບບອ້າຍນ້ອງເຄີຍຮ່ວມທຸກຮ່ວມສຸກນໍາກັນຕະຫລອດມາ, ປະຊາຊົນສາມຊາດໃນອິນດູຈີນເຄີຍຕໍ່ສູ້ຄຽງບ່າຄຽງໄລ່ຕ້ານກັບພວກຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ, ບໍ່ວ່າຈະຢູ່ໃນສະພາບ, ເງື່ອນໄຂໃດ ແລະ ເວລາໃດພວກເຮົາຈະບໍ່ສາມາດຕັດແຍກອອກຈາກກັນໄດ້.
ໃນໄລຍະຜ່ານມາ, ສະພາບຊາຍແດນ 3 ປະເທດ ມີຄວາມສະຫງົບໂດຍພື້ນຖານ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ອົງການປົກຄອງທ້ອງຖິ່ນ, ກຳລັງປ້ອງກັນຊາຍແດນ ແລະ ປະຊາຊົນ ເຂດຊາຍແດນ 3 ປະເທດ ມີຄວາມເປັນເຈົ້າການໃນການເສີມຂະຫຍາຍຄວາມສາມັກຄີ, ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນໄດ້ເລ່ລ່ຽມກົນອຸບາຍຂອງອິດທິກໍາລັງປໍລະປັກ ທີ່ຫວັງແບ່ງແຍກຄວາມສາມັກຄີ, ຮ່ວມກັນສະກັດກັ້ນ ແລະ ແກ້ໄຂອາຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນ ການຄ້າຂາຍເຖື່ອນ, ຄ້າຂາຍ ແລະ ຂົນສົ່ງຢາເສບຕິດ, ອາວຸດເສິກ, ການຄ້າມະນຸດ, ການຍົກຍ້າຍຕັ້ງຖິ່ນຖານພູມລຳເນົາແບບເສລີ, ການເຂົ້າ-ອອກເມືອງແບບຜິດກົດໝາຍ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ອື່ນໆ ໄດ້ຢ່າງມີປະສິດທິຜົນ.

