ຍົກສູງທັກສະຕ້ານການສໍ້ລາດບັງຫລວງ ໃຫ້ພະນັກງານກວດກາພາກໃຕ້

ວັນທີ 27-29 ກັນຍານີ້, ອົງການກວດກາລັດ ແລະ ສະຖາບັນຊ່ວຍເຫຼືອກົດໝາຍ ແລະ ວິຊາການ ILSTA, ໄດ້ຈັດ ເຝິກອົບຮົມກ່ຽວກັບການສະກັດ ກັ້ນ ແລະ ຕ້ານການສໍ້ລາດບັງ ຫລວງຂຶ້ນທີ່ແຂວງຈຳປາສັກ, ໂດຍການສະໜັບສະໜູນຂອງ ລັດຖະບານລຸກຊຳບວກ, ເພື່ອແນ ໃສ່ຍົກສູງຄວາມຮັບຮູ້ ແລະ ເຂົ້າ ໃຈທີ່ເລິກເຊິ່ງກ່ຽວກັບກອບກົດ ໝາຍ, ວິທີປະຕິບັດທີ່ດີ ແລະ ປະ ສົບການສາກົນໃນການຈັດການຕ້ານການສໍ້ລາດບັງຫລວງ ແລະ ເພື່ອເປັນການປັບປຸງຄວາມຮູ້, ທັກສະໃນວຽກງານດັ່ງກ່າວໃຫ້ພະນັກງານກວດກາແຂວງສະ ຫວັນນະເຂດ, ຈຳປາສັກ, ສາລະ ວັນ, ເຊກອງ ແລະ ອັດຕະປືໃຫ້ ໜັກແໜ້ນຍິ່ງຂຶ້ນ.
+ ຍົກສູງວຽກງານການອອກນິຕິກຳຂອງສະມາຊິກລັດຖະສະພາ ເພື່ອບັນລຸເປົ້າໝາຍສະຫະສະຫວັດ
+ ຍົກລະດັບວຽກງານການຕ້ານອາຊະຍາກຳ ແລະ ການຟອກເງິນໃຫ້ພະນັກງານໄອຍະການ ແລະ ປກສ 4 ແຂວງພາກເໜືອ
ຜູ້ຕາງໜ້າໃຫ້ອົງການ ກວດກາລັດກ່າວວ່າ: ການສໍ້ ລາດບັງຫຼວງຍັງສືບຕໍ່ສົ່ງຜົນ ກະທົບອັນໃຫ່ຍຫຼວງແກ່ສິດ ຜົນປະໂຫຍດຂອງປະຊາຊົນ ແລະ ລັດຖະບານ, ປະເຊີນກັບ ສິ່ງ ທ້າທາຍດັ່ງກ່າວ, ໂດຍເຫັນ ໄດ້ຄວາມສຳຄັນຂອງ ການສະ ກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫຼວງ ແລະ ມາດຕະການ ຫຼາຍຢ່າງເພື່ອຕໍ່ສູ້ກັບໄພຄົ່ມຄູ່ ດັ່ງກ່າວ, ດັ່ງທີ່ໄດ້ລະບຸໄວໃນ ມະຕິກອງປະຊຸມໃຫ່ຍຄັ້ງທີ10 ຂອງພັກ,ຍຸດທະສາດແຫ່ງ ຊາດໃນການຕ້ານການສໍ້ລາດ ບັງຫຼວງແຕ່ນີ້ຮອດປີ 2020 ແລະ ນິຕິກຳອື່ນໆ, ເພື່ອແກ້ໄຂ ບັນຫາການສໍ້ລາດບັງຫຼວງໃນ ທຸກລະດັບ ແລະ ທຸກອົງການຈັດ ຕັ້ງລັດ, ພາຍຫຼັງທີ່ພະນັກງານ ກວດກາໄດ້ຮັບຄວາມຮູ້ທີ່ ພຽງພໍ ແລະ ມີຄວາມເຂົ້າໃຈໜ້າວຽກ ຂອງຕົນດີແລ້ວ, ຈະເຮັດໃຫ້ພະ ນັກງານກວດກາສາມາດປະ ຕິບັດໜ້າທີ່ຂອງຕົນຢ່າງມີປະ ສິດທິພາບໃນການບັງຄັບໃຊ້ ກົດໝາຍຢ່າງເຂັ່ງຄັດເພື່ອນຳ ເອົາຜູ້ກະທຳຜິດມາລົງໂທດ.
ການເຝິກອົບຮົມ ດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ບັນດານິ ຕິກຳກ່ຽວກັບ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ທັງໃນປະເທດ, ພາກພື້ນ ແລະ ສາກົນ. ທິດທາງໃນການຈັດ ຕັ້ງປະຕິບັດຍຸດທະສາດການ ສະກັດກັ້ນການສໍ້ລາດບັງ ຫຼວງ, ແຕ່ນີ້ ເຖິງປີ 2020 ກໍໄດ້ ຮັບການປຶກສາຫາລື ແລະ ກໍ ໄດ້ມີການນຳສະເໜີປະສົບການ ສາກົນກ່ຽວກັບທິດທາງໃນການ ຕໍ່ສູ້ກັບການສໍ້ລາດບັງຫຼວງ, ໂດຍຊ່ຽວຊານຈາກສະຖາ ບັນ ILSTA.

