3 ປີຜ່ານມາ ປກສ ນະຄອນໄກສອນພົມວິຫານ ມ້າງຄະດີຢາເສບຕິດໄດ້ 236 ເລື່ອງ ແລະ ຜູ້ຖືກຫາ 628 ຄົນ

ວັນທີ 12 ທັນວາ 2023, ພັທ ຄໍາສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ນັກຂ່າວກົມສື່ມວນຊົນ ປກສ ວ່າ: ນັບແຕ່ປີ 2021-2023 ສາມາດແກ້ໄຂຄະດີຢາເສບຕິດໄດ້ທັງໝົດ 236 ເລື່ອງ, ກັກຕົວຜູ້ຖືກຫາ 628 ຄົນ, ຢຶດຂອງກາງຢາບ້າຫຼາຍກ່ວາ 1 ລ້ານເມັດ, ຢາໄອ໌ 6 ຖົງໃຫຍ່ ແລະ 23 ຖົງນ້ອຍ, ຢາອີ 381 ເມັດ, ຢາເຄ 1 ຖົງໃຫຍ່ ແລະ 12 ຖົງນ້ອຍ, ນໍ້າໃບກະທ່ອມ 2.000 ກວ່າລິດ. ນອກນີ້, ຍັງມີເຄື່ອງຂອງກາງ ແລະ ພາຫະນະ ທີ່ພົວພັນກັບຄະດີຢາເສບຕິດອີກຈໍານວນຫລາຍລາຍການ.
ສໍາລັບທິດທາງແຜນການໃນຕໍ່ໜ້າ ປກສ ນະຄອນໄກສອນພົມວິຫານ ຈະສຸມໃສ່ເຮັດວຽກງານໂຄສະນາສຶກສາອົບຮົມ ແລະ ປຸກລະດົມສ້າງຈິດສໍານຶກ ໃຫ້ທຸກພາກສ່ວນໃນສັງຄົມເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສະເພາະແມ່ນແຜນການສືບຕໍ່ວາລະແຫ່ງຊາດຂອງລັດຖະບານຈົນໄປເຖີງປີ 2025, ສຸມໃສ່ແກ້ໄຂບັນດາເປົ້າໝາຍທີ່ພົວພັນກັບຢາເສບຕິດໃຫ້ນັບມື້ຫລຸດໜ້ອຍຖ້ອຍລົງ ໄປພ້ອມໆກັບການສ້າງຄອບຄົວ, ບ້ານ, ໂຮງຮຽນ, ສະຖາບັນການສຶກສາ ແລະ ບັນດາຂະແໜງການຕ່າງໆ ພາຍໃນນະຄອນໄກສອນພົມວິຫານໃຫ້ປອດຈາກຢາເສບຕິດ.

