ນາຍົກ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ

ຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຄິຊິດະ ຟູມິໂອະ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ທີ່ຈະຈັດຂຶ້ນໃນວັນທີ 16-18 ທັນວາ 2023ນີ້ ຢູ່ໂຕກຽວ ຍີ່ປຸ່ນ, ເພື່ອທົບທວນການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະ 5 ທົດສະວັດຜ່ານມາ ແລະ ກໍານົດທິດທາງໃນອະນາຄົດສໍາລັບການຮ່ວມມື ອາຊຽນ-ຍີ່ປຸ່ນ ທີ່ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນເດືອນ ກັນຍາ 2023.

ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຍັງຈະໄດ້ພົບປະສອງຝ່າຍຈໍານວນໜຶ່ງຕຶ່ມອີກ.