ຍີ່ປຸ່ນມີຜູ້ເສຍຊີວິດຄົນທໍາອິດຈາກພະຍາດເອັມພ໊ອກ

ວັນທີ 13 ທັນວາ, ກະຊວງສາທາລະນະສຸກຍີ່ປຸ່ນ ລາຍງານມີຜູ້ຊາຍອາຍຸ 30 ປີ ຢູ່ແຂວງໄຊຕາມະ ໃກ້ນະຄອນຫລວງໂຕກຽວຂອງຍີ່ປຸ່ນ ເສຍຊີວິດຈາກພະຍາດເອັມພ໊ອກ (mpox) ຫລື ພະຍາດໝາກສຸກລີງ ເປັນຄົນທໍາອິດໃນປະເທດ.
ກະຊວງສາທາລະນະສຸກຍີ່ປຸ່ນ ລະບຸວ່າ: ຜູ້ຊາຍຄົນດັ່ງກ່າວເປັນພະຍາດພູມຄຸ້ມກັນບົກພ່ອງເນື່ອງຈາກຕິດເຊື້ອ HIV, ລາວບໍ່ເຄີຍມີປະຫວັດເດີນທາງໄປຕ່າງປະເທດ ໂດຍຖືກບົ່ງມະຕິວ່າເປັນພະຍາດເອັມພ໊ອກຢູ່ໂຮງໝໍທ້ອງຖິ່ນໃນເດືອນກັນຍາ ແລະ ເສຍຊີວິດໃນອີກສອງເດືອນຕໍ່ມາ.
ຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອພະຍາດເອັມພ໊ອກຄົນທໍາອິດຂອງປະເທດໃນເດືອນກໍລະກົດປີກ່ອນ ໂດຍມີການຢືນຢັນພົບຜູ້ຕິດເຊື້ອພະຍາດເອັມພ໊ອກໃນປະເທດແລ້ວ 227 ຄົນ ມາຮອດປັດຈຸບັນ.
ພະຍາດເອັມພ໊ອກເຮັດໃຫ້ຜູ້ຕິດເຊື້ອມີໄຂ້ສູງ, ເຈັບຫົວ ແລະ ມີຜື່ນຂຶ້ນ ພ້ອມອາການຮຸນແຮງປະມານ 2-4 ອາທິດ.
ໃນເດືອນພຶດສະພາ 2023 ອົງການອະນາໄມໂລກ (WHO) ປະກາດວ່າ: ພະຍາດເອັມພ໊ອກບໍ່ໄດ້ເປັນສະຖານະການສຸກເສີນທາງສາທາລະນະສຸກລະດັບໂລກອີກຕໍ່ໄປ ເນື່ອງຈາກຈໍານວນຜູ້ຕິດເຊື້ອຫລຸດລົງ.

