ນາຍົກ ເນັ້ນໃຫ້ກຳລັງ ປກສ ເອົາໃຈໃສ່ 9 ບັນຫາສໍາຄັນໃນການແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຄາດໝາຍ

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດກອງປະຊຸມສະຫລຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 3 ປີ (2021-2023) ແລະ ທິດທາງແຜນການຮອດປີ 2025 ຈັດຂຶ້ນໃນວັນທີ 13 ທັນວາ 2023. ທ່ານນາຍົກ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາແຕ່ລະຂັ້ນ ທັງຢູ່ສູນກາງ ແລະ ທ້ອງຖິ່ນເອົາໃຈໃສ່9 ບັນຫາສຳຄັນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍຄື:

1). ໃຫ້ກວດກາຄືນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ, ສິ່ງທ້າທາຍ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ເພື່ອເປັນບົດຮຽນໃຫ້ແກ່ການວາງທິດທາງ, ແຜນການ, ວິທີການ, ມາດຕະການໃນແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ, ປະສິດທິຜົນຫລາຍຂຶ້ນກວ່າເກົ່າ.

2). ໃຫ້ທົບທວນຄືນ 6 ແຜນວຽກຈຸດສຸມ ເພື່ອປັບປຸງໃຫ້ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ ແລະ ຕໍ່ໜ້າ ໂດຍກັນເປັນໂຄງການ, ແຕ່ລະໂຄງການຕ້ອງມີແຜນການ, ແຜນງົບປະມານ, ແຜນບຸກຄະລາກອນ ແລະ ມີຄາດໝາຍສູ້ຊົນຢ່າງລະອຽດ, ຈະແຈ້ງພ້ອມທັງມອບໃຫ້ພາກສ່ວນຮັບຜິດຊອບນຳໄປຈັດຕັ້ງປະຕິບັດແຕ່ຫົວທີ.

3). ໃຫ້ສືບຕໍ່ກຳນົດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະກຳມະການແກ້ໄຂຢາເສບຕິດລະດັບຊາດໃຫ້ລະອຽດ, ຈະແຈ້ງ ແລະ ສືບຕໍ່ແຕ່ງຕັ້ງຄະນະກຳມະການແກ້ໄຂຢາເສບຕິດ ລະດັບທ້ອງຖິ່ນໃຫ້ຄົບຊຸດ ໂດຍມີທຸກຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນເຂົ້າຮ່ວມນໍາ ເພື່ອຮັບປະກັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແຕ່ນີ້ຮອດປີ 2025 ໃຫ້ມີຄວາມເປັນເອກະພາບ, ຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

4). ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມສາມາດໃນການນຳພາ-ຊີ້ນຳຂອງຄະນະພັກ-ຄະນະນໍາແຕ່ລະກະຊວງ, ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນໃຫ້ສູງຂຶ້ນ, ຖືເອົາວາລະແຫ່ງຊາດ ເປັນມາດຕະຖານເງື່ອນໄຂໜຶ່ງເຂົ້າໃນການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການສ້າງບ້ານ, ສ້າງໂຮງຮຽນ ແລະ ສະຖານທີ່ຕ່າງໆປອດຢາເສບຕິດ ໂດຍສູ້ຊົນສ້າງບ້ານປອດຢາເສບຕິດໃຫ້ໄດ້ 80% ຂອງບ້ານທົ່ວປະເທດ; ສ້າງເປັນສຳນັກງານ-ອົງການປອດຢາເສບຕິດໃຫ້ໄດ້ 100%; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ ໃຫ້ໄດ້ 95% ຂຶ້ນໄປ; ພ້ອມນີ້, ເອົາໃຈໃສ່ສ້າງຂະບວນແຂ່ງຂັນໃຫ້ຟົດຟື້ນຢ່າງຕໍ່ເນື່ອງ, ເຂົ້າຮ່ວມຂອງທຸກອົງການຈັດຕັ້ງພັກ-ລັດ ແລະ ທຸກພາກສ່ວນໃນສັງຄົມຢ່າງກວ້າງຂວາງ, ມີນະໂຍບາຍທີ່ເໝາະສົມຕໍ່ຜູ້ເຮັດໄດ້ດີ ແລະ ປະຕິບັດວິໄນຕໍ່ຜູ້ລ່ວງລະເມີດ.

5). ເພີ່ມທະວີການໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ຈັດພິມສື່ໂຄສະນາຕ່າງໆທີ່ຕິດພັນກັບວາລະແຫ່ງຊາດ ໃຫ້ໄດ້ 80% ຂຶ້ນໄປຕາມແຜນການທີ່ວາງໄວ້.

6). ປະສານສົມທົບກັບທ້ອງຖິ່ນຢ່າງໃກ້ຊິດ ເພື່ອຕິດຕາມ, ເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂການລັກລອບປູກພືດທີ່ມີສານເສບຕິດຢູ່ບັນດາແຂວງພາກເໜືອ ແລະ ພາກກາງໃຫ້ຫລຸດລົງໃນແຕ່ລະປີ, ກວດກາຄືນບັນດາໂຄງການພັດທະນາທາງເລືອກທົດແທນການປູກພືດທີ່ມີສານເສບຕິດເຊັ່ນ: ໂຄງການຮ່ວມມືລາວ-ຈີນ, ໂຄງການຮ່ວມມື ລາວ- ສະຫະປະຊາຊາດ (ສປຊ) ແລະ ໂຄງການອື່ນໆໃຫ້ມີຜົນສຳເລັດສູງ ປະຊາຊົນໄດ້ຮັບຜົນປະໂຫຍດ.

7). ຕິດຕາມ, ກວດກາ, ຄຸ້ມຄອງການບໍລິການຂອງສູນປິ່ນປົວ, ຝຶກວິຊາຊີບຜູ້ຕິດຢາເສບຕິດ ແລະ ການບຳບັດຂັ້ນຊຸມຊົນຢູ່ໂຮງໝໍເມືອງໃຫ້ມີປະສິດທິພາບສູງ.

8). ເອົາໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງການນຳເຂົ້າ, ສົ່ງອອກ, ນໍາຜ່ານສານເຄມີຕົ້ນທີ່ເອົາເຂົ້າມາພັດທະນາດ້ານອຸດສາຫະກຳ, ບໍ່ແຮ່, ການແພດ ແລະ ອື່ນໆ ຮ່ວມກັບພາກສ່ວນກ່ຽວຂ້ອງໃຫ້ຖືກຕ້ອງຕາມກົດໝາຍ.

9). ເອົາໃຈໃສ່ປະສານງານຮ່ວມມືກັບບັນດາປະເທດເພື່ອນມິດອ້ອມຂ້າງ ສປປ ລາວ ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ສານເຄມີຕົ້ນຕາມບໍລິເວນຊາຍແດນ ລະຫວ່າງປະເທດ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດຕາມສັນຍາໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ໂຄງການແມ່ນໍ້າຂອງປອດໄພ, ຫ້ອງການປະສານງານຕາມຊາຍແດນ BLO ແລະ ໂຄງການອື່ນໆທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ.

ຂ່າວ: ວາລະສານປ້ອງກັນຄວາມສະຫງົບ