ວັນທີ 13 ທັນວາ 2023 ນີ້, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂພຣ ແຄລີ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງ ທ່ານ ເອກອັກຄະລັດຖະທູດ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ລາວ-ອົດສະຕຣາລີ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນການຮ່ວມມື ລາວ-ອົດສະຕຣາລີ ໃນຕະຫລອດໄລຍະຜ່ານມາ ໂດຍສະເພາະ ໃນໄລຍະທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ ຢູ່ ສປປ ລາວ, ອັນໄດ້ເຮັດໃຫ້ການພົວພັນສອງຝ່າຍໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະ ການພົວພັນການທູດສອງຝ່າຍ ກໍຢູ່ໃນໄລຍະກະກຽມຍົກລະດັບເປັນ ຄູ່ຮ່ວມມືແບບກວມລວມ ໃນປີ 2024 ແລະ ການພົວພັນການທູດປະຊາຊົນ ສອງຝ່າຍກໍໄດ້ຕົກລົງສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ແລະ ອົດສະຕຣາລີ-ລາວ, ປັດຈຸບັນ ທັງສອງຝ່າຍກໍາລັງແຕ່ງຕັ້ງຄະນະບໍລິຫານງານສະ ມາຄົມ ຕາມຂັ້ນຕອນພາຍໃນຂອງແຕ່ລະຝ່າຍ. ພ້ອມນັ້ນ, ທັງສອງຝ່າຍກໍຍັງສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ, ຫລາຍຝ່າຍ ໃນພາກພື້ນ ແລະ ສາກົນ; ທ່ານຍັງໄດ້ຕີລາຄາສູງ ຕໍ່ບົດບາດ ແລະ ການປະກອບ ສ່ວນຂອງເອກອັກຄະລັດຖະທູດ ໃນການເປັນຂົວເຊືອມມິດຕະພາບອັນດີ ລະຫວ່າງ 2 ປະເທດ ກໍຄື ການຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນ 2 ຊາດ, ລວມທັງຊຸກຍູ້ລັດຖະບານ ອົດສະຕຣາລີ ຊ່ວຍ ເຫລືອໃນດ້ານຕ່າງໆໃຫ້ແກ່ ສປປ ລາວ ໃນຜ່ານມາ ເປັນຕົ້ນ ການຊ່ວຍເຫລືອດ້ານການສຶກສາ, ສາທາ ລະນະສຸກ, ກະສິກໍາ, ສິ່ງແວດລ້ອມ, ການຊ່ວຍເຫລືອດ້ານມະນຸດສະທໍາ ແລະ ອື່່ນໆ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ.
ທ່ານ ໂພຣ ແຄລີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ໃນໂອກາດເຂົ້າຢ້ຽມອຳລາໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປປ ລາວ ກໍຄື ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນຊ່ວຍເຫລືອ ແລະ ອຳນວຍຄວາມສະດວກ ໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໃນໄລຍະຜ່ານມາ, ອວຍພອນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະນຳ ແລະ ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດທຸກປະການ. ພ້ອມທັງໄດ້ຢືນຢັນວ່າ: ພາຍຫລັງກັບຄືນປະເທດແລ້ວ ຍັງຈະສືບຕໍ່ປະກອບສ່ວນເຫື່ອແຮງເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະ ຫຍາຍສາຍພົວພັນ ລາວ-ອົດສະຕຣາລີ ໃຫ້ສືບຕໍ່ໄດ້ຮັບຂະຫຍາຍຕົວໃນຕໍ່ໜ້າ.
ໃນໂອກາດນີ້, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນສາຍພົວພັນການຮ່ວມມື ລາວ-ອົດສະຕຣາລີ ຈົ່ງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ງອກງາມຍິ່ງຂຶ້ນ, ອວຍ ພອນ ໃຫ້ທ່ານທູດອົດສະຕຣາລີ ຈົ່ງມີພາລະນາໄມສົມບູນ ແລະ ເດີນທາງກັບຄືນ ປະເທດດ້ວຍຄວມສະຫວັດດີພາບທຸກປະການ.