ແຂວງເຊກອງ ປັບໃໝ ແລະ ເຮັດບົດບັນທຶກ ເຈົ້າຂອງຮ້ານທີ່ຂາຍສິນຄ້າເສື່ອມຄຸນນະພາບ

ທ້າຍເດືອນ ພະຈິກ 2023 ຜ່ານມາ, ເຈົ້າໜ້າທີ່ກວດກາການຄ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ (ພອຄ) ແຂວງເຊກອງ ປະສານສົມທົບກັບຫ້ອງການ ອຄ ເມືອງລະມາມ ແລະ ຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງ ລົງຕິດຕາມ ກວດກາ ສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ໃນຂອບເຂດເມືອງລະມາມ ແຂວງເຊກອງ, ພົບສິນຄ້າໝົດອາຍຸ 25 ລາຍການ.

ຜ່ານການລົງຕິດຕາມ ກວດກາ ຕາມຫ້າງຮ້ານເປົ້າໝາຍ, ຕະຫລາດສົດ, ຮ້ານຂາຍເຄື່ອງສົ່ງ, ຮ້ານສັບພະສິນຄ້າ, ງານຕະຫຼາດນັດ ແລະ ຮ້ານຂາຍເຄື່ອງຍ່ອຍທົ່ວໄປ ຈໍານວນ 30 ຮ້ານ, ພົບເຫັນສິນຄ້າທີ່ໝົດອາຍຸ ແລະ ສ້າງບົດບັນທຶກການກວດກາກັບເຈົ້າຂອງຮ້ານ ທັງໝົດ 25 ລາຍການ ລວມມູນຄ່າ 5.924.000 ກີບ ( ໃນນັ້ນ, ມີຮ້ານທີ່ໄດ້ສ້າງບົດບັນທຶກສອງຄັ້ງຂຶ້ນໄປ ປັບໃໝ 50% ຂອງມູນຄ່າສິນຄ້າ ຕາມກົດໝາຍ 10 ຮ້ານ ແລະ ຄັ້ງທໍາອິດ 8 ຮ້ານ ) ປັບໃໝເຈົ້າຂອງຮ້ານທີ່ບໍ່ເອົາໃຈໃສ່ໃນການກວດກາສິນຄ້າຂອງຕົນເອງພາຍໃນຮ້ານ ອັນຈະເກີດຜົນເສຍຫາຍ ທາງດ້ານສຸຂະພາບໃຫ້ແກ່ຜູ້ບໍລິໂພກ 10 ຮ້ານ; ສຳລັບສິນຄ້າໝົດອາຍຸດັ່ງກ່າວແມ່ນໄດ້ນຳເຂົ້າມາເກັບມ້ຽນໃນສາງຂອງ ພະແແນກ ອຸດສາຫະກຳ ແລະ ການຄ້າແຂວງ, ລໍຖ້າການຈັດພິທີທຳລາຍຢ່າງເປັນທາງການ.

ພາກສ່ວນກ່ຽວຂ້ອງໄດ້ຮຽກຮ້ອງມາຍັງພໍ່ຄ້າຊາວຂາຍຕ້ອງໄດ້ເປັນເຈົ້າການປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດ ແນໃສ່ເພື່ອຮັກສາຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ.