ວັນທີ 12 ທັນວາ 2023 ທີ່ແຂວງຈຳປາສັກ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ພະນັກງານຫລັກແຫລ່ງ ແລະ ພະນັກງານກ່ຽວຂ້ອງ ແຂວງພາກກາງ ແລະ ພາກໃຕ້, ໂດຍການບັນຍາຍຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ.
ທັງນີ້ເພື່ອສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ຜູ້ເຂົ້າຮ່ວມ ໂດຍໄດ້ເນັ້ນເຖິງຄວາມໝາຍຄວາມສໍາຄັນໃນການເປັນປະທານອາຊຽນ ກໍຄື ການຄັດເລືອກເອົາຄຳຂວັນ ແລະ ບຸລິມະສິດ ພາຍໃຕ້ການເປັນປະທານ ຂອງ ສປປ ລາວ, ລວມທັງການກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮັບປະກັນຜົນສໍາເລັດຂອງການເປັນເຈົ້າພາບ ແລະ ປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.
ກອງປະຊຸມໄດ້ ຟັງການເຜີຍແຜ່ກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ເປົ້າໝາຍໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ລວມທັງຄຳຂວັນການເປັນປະທານອາຊຽນຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ແລະ ບັນດາບູລິມະສິດປີ່ນອ້ອມການສົ່ງເສີມການເຊື່ອມຈອດ ແລະ ການສົ່ງເສີມຄວາມເຂັ້ມແຂງ ກໍຄື ພາຍໃຕ້ 3 ເສົາຄໍ້າອາຊຽນຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ. ທັງນີ້, ທ່ານ ປະທານ ຍັງໄດ້ຍົກໃຫ້ເຫັນບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນປະທານກອງປະຊຸມທີ່ສໍາຄັນໃນລະດັບຕ່າງໆ ໂດຍສະເພາະລະດັບຜູ້ນໍາຂອງປະເທດສະມາຊິກອາຊຽນ ແລະ ກອງປະຊຸມລະດັບຜູ້ນຳ ລະ ຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ຊຶ່ງ ສປປ ລາວ ຈະໄດ້ນໍາພາ ແລະ ເຮັດວຽກຮ່ວມກັບປະເທດສະມາ ຊິກອາຊຽນ ໃນການປຶກສາຫາລືການຮ່ວມມືໃນຂົງເຂດຕ່າງໆ ແລະ ການຮັບຮອງບັນດາເອກະສານອາຊຽນທີ່ສໍາຄັນ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳ ພາຍໃຕ້ຂອບການຮ່ວມມືອາຊຽນ ເພື່ອນໍາຜົນປະໂຫຍດສູງສຸດມາສູ່ອາຊຽນ ໂດຍສະເພາະແມ່ນ ສປປ ລາວ.
ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ ໃນວັນທີ 23 ກໍລະກົດ 1997. ຜ່ານມາ ເຄີຍໄດ້ຮັບກຽດເປັນປະທານ ອາຊຽນ ມາແລ້ວ 2 ຄັ້ງຄື: ຄັ້ງທຳອິດ ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016. ສຳລັບການເປັນປະທານ ອາຊຽນ ຄັ້ງທີ 3 ນີ້, ຈະເລີ່ມແຕ່ວັນທີ 1 ມັງກອນ ເຖິງ ວັນທີ 31 ທັນວາ 2024.