ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບໍລິຄຳໄຊ

ວັນທີ 12 ທັນວາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ, ຄະນະນຳ ແລະ ພະນັກງານຫລັກແຫລ່ງຂອງຢູ່ແຂວງບໍລິຄຳໄຊ.

ໃນການໂອ້ລົມນັ້ນ ທ່ານ ທອງລຸນ ສີສຸລິດໄດ້ໃຫ້ທິດຊີ້ນຳຕໍ່ຫລາຍວຽກງານສຳຄັນ ເປັນຕົ້ນແມ່ນໃຫ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນສຳຄັນໃນການປຸກລະດົມຂົນຂວາຍໃຫ້ປະຊາຊົນບັນດາເຜົ່າເປັນກຳລັງແຮງເຂົ້າຮ່ວມ ໃນທຸກຂະບວນການພັດທະນາໃນທົ່ວສັງຄົມ, ເອົາໃຈ ໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ສຸມໃສ່ຕ້ານ ແລະ ສະກັດກັ້ນກົນອຸ ບາຍທີ່ບໍ່ດີຂອງສັດຕູໃຫ້ທັນເວລາ, ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້, ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫລາຍຂຶ້ນ, ຫລຸດຜ່ອນການນຳເຂົ້າ ແລະ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສຸມໃສ່ວຽກງານປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ, ແກ້ໄຂຄວາມທຸກຍາກໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ກຽມຄວາມພ້ອມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ການຄັດເລືອກບຸກຄະລາກອນ ໃຫ້ມີຄຸນນະພາບ, ໄດ້ຮັບປະສິດທິຜົນ ຕາມຄາດໝາຍທີ່ວາງໄວ້ ແລະ ວຽກງານອື່ນໆ.

ໂອກາດນີ້, ທອງລຸນ ສີສຸລິດ ພ້ອມຄະນະໄດ້ເດີນທາງໄປຢ້ຽມຢາມໂຮງງານຜະລິດໝໍ້ແບ່ງໄຟຟ້າ ຫຍີ້ຫໍ້ ເອັດສ໌ເຄ (SK) ທີ່ສາມາດຜະລິດໄດ້ພຽງພໍສໍາລັບການຊົມໃຊ້ພາຍໃນປະເທດ; ຢ້ຽມຢາມ ຟາມງົວພູທອນ ຢູ່ບ້ານນາສົ້ມມໍ ເມືອງປາກຊັນ ທີ່ເປັນຟາມລ້ຽງງົວສາຍພັນ ບຣາມັ່ນ ທີ່ໂຕໃຫຍ່ກວ່າງົວທົ່ວໄປ, ພ້ອມທັງໄປຢ້ຽມຢາມໂຮງຮຽນມັດທະຍົມປາຍປາກຊັນທີ່ໄດ້ຮັບທຶນຊ່ວຍເຫລືອຈາກກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫລືອສັງຄົມ ລວມມູນຄ່າ 1 ຕື້ກວ່າກີບ ພ້ອມທັງມອບຄອມພີວເຕີ, ປຣິ່ນເຕີ, ອຸປະກອນການຮຽນ-ການສອນ ແລະ ອຸປະກອນກິລາ ໃຫ້ໂຮງຮຽນມັດທະຍົມປາຍປາກຊັນຕື່ມ.