ເປີດໂຄງການກໍ່ສ້າງພື້ນຖານໂຄງລ່າງຫລຸດຜ່ອນຄວາມທຸກຍາກ ຢູ່ 4 ແຂວງພາກເໜືອ

ໂຄງການກໍ່ສ້າງພື້ນຖານໂຄງລ່າງການຊ່ວຍເຫລືອ ເພື່ອຫລຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດໃນລາວ ຊຸດທີ 2 ຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ແຂວງຫລວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງຫົວພັນ, ມີບ້ານເປົ້າທັງໝົດ 40 ບ້ານ, ລວມ 104 ໂຄງການຍ່ອຍ, ໄດ້ດຳເນີນໄປໃນວັນທີ 11 ທັນວາ 2023 ທີ່ແຂວງຫລວງພະບາງ, ມີ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທ່ານ ຫວາງ ຮ່າວ ຮອງເຈົ້າແຂວງໆຢຸນນານ ເຂົ້າຮ່ວມ.
ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ລາວ-ຈີນ ກ່າວວ່າ: ໂຄງການນີ້ແມ່ນ 4 ໜ້າວຽກໃນ 8 ໂຄງການໃຫຍ່ ທີ່ ທ່ານ ສີ ຈິ່ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃຫ້ການຊ່ວຍເຫລືອລ້າ ແກ່ ສປປ ລາວ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນທ້າຍປີ 2017. ແຕ່ການຈັດຕັ້ງປະຕິບັດຕົວຈິງ ເນື່ອງຈາກ 4 ວຽກນີ້ ຕິດພັນກັນຢ່າງສະໜິດແໜ້ນ ຈຶ່ງໄດ້ເອົາ 4 ໂຄງການໃຫຍ່ 4 ໜ້າວຽກ ເຂົ້າເປັນໂຄງການດຽວ ເອີ້ນຫຍໍ້ວ່າ ໂຄງການ 4×100, ທັງ 4 ໜ້າວຽກ ປະກອບມີ: ການກໍ່ສ້າງລະບົບສະໜອງນໍ້າສະອາດ 100 ບ້ານ; ກໍ່ສ້າງສຸກສາລາ 100 ແຫ່ງ; ດຶງໄຟຟ້າເຂົ້າບ້ານ ແລະ ຄົວເຮືອນ 100 ບ້ານ; ຕິດຕັ້ງລະບົບໂທລະພາບດີຈິຕອນຜ່ານດາວທຽມ ໃຫ້ປະຊາຊົນ 100 ບ້ານ. ໂຄງການ 4×100 ນີ້ ໄດ້ທົດລອງຈັດຕັ້ງປະຕິບັດໃນ ຊຸດທີ 1 ຢູ່ ແຂວງວຽງຈັນ ແລະ ແຂວງຫລວງພະບາງ ທັງໝົດ 30 ບ້ານ ເຊິ່ງ
ໄດ້ກໍ່ສ້າງສໍາເລັດ ແລະ ເລີ່ມນໍາໃຊ້ແລ້ວ.
ໂຄງການຊ່ວຍເຫລືອກໍ່ສ້າງພື້ນຖານໂຄງລ່າງ ຫລຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວ ຊຸດທີ 2 ແມ່ນໂຄງການທີ່ຈັດຕັ້ງປະຕິບັດ ຢູ່ ສປປ ລາວ ໂດຍນໍາໃຊ້ຮູບແບບ “ປະເທດທີ່ໄດ້ຮັບການຊ່ວຍເຫລືອມີສ່ວນຮ່ວມໃນການຈັດຕັ້ງປະຕິບັດເອງ” ເຊັ່ນດຽວກັບໂຄງການ ຊຸດທີ 1 ທີ່ຜ່ານມາ. ເຖິງວ່າຈະມີປະສົບການໃນການກະກຽມ, ຕິດຕາມ, ຄຸ້ມຄອງໂຄງການຕັ້ງແຕ່ຫົວທີໃນໂຄງການຊຸດທີ 1 ມາແລ້ວກໍຕາມ, ແຕ່ເຫັນວ່າໃນການປະຕິບັດຕົວຈິງນັ້ນ ຍັງມີບາງຈຸດບໍ່ໂລ່ງລ່ຽນດີ, ບວກໃສ່ພັນທະໜ້າທີ່ ທີ່ຝ່າຍລາວເຮົາຕ້ອງໄດ້ຮັບຜິດຊອບເອງ ກໍມີຫລາຍ ແລະ ຕິດພັນກັບງົບປະມານຕົວຈິງທີ່ຈຳກັດຂອງຝ່າຍລາວ ອາດເຮັດໃຫ້ການປະຕິບັດວຽກງານຕົວຈິງ ມີຫລາຍດ້ານບໍ່ສາມາດດຳເນີນໄປໄດ້ຢ່າງຄ່ອງຕົວ.
ຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດໂຄງການໃນຮູບແບບດັ່ງກ່າວນີ້ ປະເທດລາວ ແມ່ນສາມາດມີສ່ວນຮ່ວມໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕົວຈິງຫລາຍຂື້ນ, ສາມາດຮຽນຮູ້ ແລະ ຖອດຖອນບົດຮຽນນໍາຊ່ຽວຊານຈີນໄດ້ໂດຍກົງ ຈາກການຮ່ວມເຮັດວຽກຕົວຈິງນໍາກັນ, ສາມາດເຮັດໃຫ້ການປະ ຕິບັດໂຄງການ ໃຫ້ເຂົ້າເຖິງຄວາມຕ້ອງການຕົວຈິງ ໃນການພັດທະນາໄດ້ຫລາຍຂຶ້ນ.

