ຕຳຫລວດຈະລາຈອນ ປກສ ແຂວງວຽງຈັນ ມອບລົດຈັກທີ່ຖືກຄົນຮ້າຍລັກໄປ ມາຄືນໃຫ້ເຈົ້າຂອງເດີມ

ເຈົ້າໜ້າທີ່ພະແນກຕຳຫລວດຈະລາຈອນ ຫ້ອງຕຳຫລວດ ປກສ ແຂວງວຽງຈັນ ໄດ້ມອບລົດຈັກເວບ 100 ສີຟ້າດຳ 1 ຄັນ ທີ່ຖືກຄົນຮ້າຍລັກໄປ ຄືນໃຫ້ ນາງ ສົມພາວ ອາຍຸ 28 ປີ ອາຊີບ ປະຊາຊົນ ປັດຈຸບັນຢູ່ບ້ານ ຂາມງອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຊຶ່ງເປັນເຈົ້າຂອງເດີມ, ການມອບ – ຮັບ ໄດ້ດຳເນີນໄປ ໃນວັນທີ 11 ທັນວາ 2023 ນີ້.
ພ້ອມດຽວກັນນີ້, ເຈົ້າໜ້າທີ່ວິຊາສະເພາະພະແນກຕຳຫລວດຈະລາຈອນ ໄດ້ເຕືອນໃຫ້ປະຊາຊົນທຸກຄົນໃນທົ່ວສັງຄົມ ຈົ່ງເອົາໃຈໃສ່ປົກປັກຮັກສາເຄື່ອງຂອງມີຄ່າໄວ້ໃຫ້ດີ ເພື່ອບໍ່ໃຫ້ຄົນຮ້າຍສວຍໂອກາດລັກຊັບສິນ ແລະ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ຕຳຫລວດໃນການສະກັດກັ້ນ-ຕ້ານປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ.

