ປີຜ່ານມາ ຮົງກົງຂອງຈີນລົງທຶນການຄ້າ ຢູ່ ສປປ ລາວ ມີ 55 ໂຄງການ ມູນຄ່າ 644 ລ້ານໂດລາ

ວັນທີ 11 ທັນວາ 2023 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ພົບປະກັບ ທ່ານ Yau Ying Wah ລັດຖະມົນຕີກະຊວງເສດຖະກິດ-ການຄ້າ ແລະ ທ່ານ HUI Ching Yu ລັດຖະມົນຕີກະຊວງການເງິນ ເຂດປົກຄອງພິເສດ ຮົງກົງ ສປ.ຈີນ ເພື່ອປືກສາຫາລືເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນຂອງສອງຝ່າຍລະຫວ່າງ ລາວ-ຮົງກົງ ໂດຍສະເພາະການຫາລືເຂົ້າເປັນຄູ່ຮ່ວມມືເສດຖະກິດຮອບດ້ານກັບຮົງກົງ ໃນຂອບ RCEP ແລະ ການຊຸກຍູ້ສົ່ງເສີມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ການພົບປະຄັ້ງນີ້ສອງຝ່າຍໄດ້ສະເໜີຫລາຍບັນຫາແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເສີມຂະຫຍາຍ ແລະ ພັດທະນາເສດຖະກິດ-ການຄ້າ ແລະ ການລົງທຶນ ເພີ່ມມູນຄ່າການຄ້າຮ່ວມກັນ, ເຊິ່ງໃນປີ 2022 ຜ່ານມາ ສອງຝ່າຍໄດ້ມີການຄ້າ ແລະ ການລົງ ທຶນຮ່ວມກັນ ລວມມີມູນຄ່າ 100 ລ້ານກວ່າໂດລາສະຫະລັດ, ຫລຸດຈາກປີ 2021 ປະມານ 12,55%, ຈັດເປັນຄູ່ຄ້າອັນດັບທີ 12 ຂອງຄູ່ຄ້າຕ່າງປະເທດກັບລາວ ແລະ ການລົງທຶນປີ 2022 ມີ 55 ໂຄງການ ມູນຄ່າການລົງທຶນ 644 ລ້ານໂດລາສະຫະລັດ ຈັດເປັນອັນດັບ 7 ຂອງການລົງທຶນຕ່າງປະເທດຢູ່ລາວ.

ພ້ອມນີ້ ທັງສອງຝ່າຍຍັງໄດ້ຫາລືກັນໃນການສືບຕໍ່ຮ່ວມມືຊ່ວຍເຫລືອສະໜັບສະໜູນ ກ່ຽວກັບການສະເໜີບົດໂຄງການພາຍໃຕ້ສັນຍາເຂດການຄ້າເສລີອາຊຽນ-ຮົງກົງ ໃນອານາຄົດ ແລະ ການປັບປຸງສັນຍາ ຮ່ວມມື (AHKFTA), ສະເໜີການສືບຕໍ່ສຶກສາຄວາມເປັນໄປໄດ້ໃນການແຕ່ງຕັ້ງທີ່ປືກສາເສດຖະກິດ-ການຄ້າ ຂອງສອງຝ່າຍ ເພື່ອເສີມຂະຫຍາຍການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນ ໃຫ້ມີຜົນສຳເລັດຫລາຍຂຶ້ນ, ເຊິ່ງປັດຈຸບັນກຳລັງຢູ່ໃນຂັ້ນຕອນຂອງການນຳສະເໜີຫາກະຊວງການຕ່າງປະເທດ ເພື່ອຂໍຄຳເຫັນ ແລະ ໃຫ້ທິດຊີ້ນຳຕື່ມອີກ.