ເຈົ້າແຂວງຈຳປາສັກ ເນັ້ນໃຫ້ລົງກວດກາສໍາຫລວດເສັ້ນທາງເຂົ້າຫາແຫລ່ງທ່ອງທ່ຽວທີ່ມີສະພາບເປ່ເພ ແລະ ຂຶ້ນແຜນປັບປຸງສ້ອມແປງໃຫ້ເປັນບຸລິມະສິດຮີບດ່ວນ

ວັນທີ 11 ທັນວາ 2023, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)​ ແຂວງຈໍາປາສັກ​ ຮ່ວມກັບ​ ຄະນະຮັບຜິດຊອບຈັດກິດຈະກໍາປີທ່ອງທ່ຽວລາວ 2024 ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ການກະກຽມຈັດກິດຈະກຳປີທ່ອງທ່ຽວລາວ 2024​, ເປັນປະທານຂອງ​ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ,​ ທ່ານ​ ​ວັນນະໄຊ​ ຊາດຕະກຸນ ຫົວໜ້າ​ພະແນກ​ ຖວທ​ ແຂວງ.​

ທ່ານ ວິໄລວົງ ບຸດດາຄໍາ ມີຄຳເຫັນໂອ້ລົມໃຫ້ຊີ້ທິດເຍືອງທາງວ່າ: ກອງປະຊຸມຄັ້ງນີ້ ມີຄວາມສໍາຄັນທີ່ຈະໄດ້ນໍາເອົາທິດຊີ້ນໍາຂອງກົມການເມືອງສູນກາງພັກ ກໍຄືລັດຖະບານ ມາຈັດຕັ້ງຜັນຂະຫຍາຍໃນລະດັບແຂວງ ແລະ ເມືອງໃຫ້ເປັນອັນລະອຽດ.​ ເພື່ອໃຫ້ການຈັດຕັ້ງປະຕິບັດແຜນການ ແລະ​ ຄາດໝາຍຕ່າງໆຂອງການກະກຽມປີທ່ອງທ່ຽວ 2024 ໃຫ້ມີຜົນສໍາເລັດ ທ່ານໄດ້ມອບໃຫ້ຄະນະພັກ -​ ອົງການປົກຄອງແຕ່ລະຂັ້ນ ໂດຍສະເພາະກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປ້ອງກັນຄວາມສະຫງົບແຕ່ລະຂັ້ນ ເພີ່ມທະວີຄວາມເອົາໃຈໃສ່ວຽກງານ ປກຊ​ – ປກສ ໃຫ້ ສະພາບລວມໃນທົ່ວແຂວງ​ ມີຄວາມສະຫງົບ,​ ສັງຄົມມີຄວາມປອດໄພ,​ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນ ແລະ ແກ້ໄຂໃຫ້ທັນເວລາ ຈິ່ງຈະສາມາດສ້າງເງື່ອນໄຂໃຫ້ການສົ່ງເສີມ ແລະ ດຶງດູດການທ່ອງທ່ຽວໃຫ້ເຂົ້າມາແຂວງຈຳປາສັກໄດ້ຫຼາຍຂຶ້ນ; ຕ້ອງເອົາໃຈໃສ່ປັບປຸງລະບຽບການ ແລະ ຂັ້ນຕອນຕ່າງໆໃນການອໍານວຍຄວາມສະດວກໃຫ້ແກ່ ນັກທ່ອງທ່ຽວໃຫ້ສະດວກວ່ອງໄວ ເປັນຕົ້ນແມ່ນ ການແຈ້ງເອກະສານເຂົ້າ​ – ອອກເມືອງຂອງເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ​ – ອອກເມືອງ ຕ້ອງໃຫ້ວ່ອງໄວ ແລະ ໂປ່ງໃສ, ການຈ່າຍເງິນຄ່າທໍານຽມຕ່າງໆໃຫ້ ລວມສູນບໍລິການບ່ອນດຽວ ເພື່ອສະດວກ ແລະ ມີປ້າຍບອກລາຄາຄ່າທໍານຽມ, ຄ່າບໍລິການຕ່າງໆໄວ້ສະຖານທີ່ເປີດເຜີຍ.​

ພ້ອມນີ້​ ມອບໃຫ້ຄະນະພັກ -​ ອົງການປົກນະຄອນປາກເຊ ແລະ 9 ເມືອງ ເພີ່ມທະວີປຸກລະດົມໃຫ້ສັງຄົມ ແລະ ປະຊາຊົນມີສ່ວນຮ່ວມ ໃນການເພີ່ມທະວີການຮັກສາຄວາມສະອາດສວຍງາມ, ການກຳຈັດຂີ້ເຫຍື້ອໃນຕົວເມືອງ, ຄິວລົດໂດຍສານ, ຕະຫຼາດ ແລະ ສະຖານທີ່ສາທາລະນະຕ່າງໆ.​ ພ້ອມນັ້ນກໍປະດັບປະດາສໍານັກງານອົງການ ພາກລັດ, ເອກະຊົນ ແລະ ບ້ານເຮືອນປະຊາຊົນໃຫ້ມີຄວາມສະອາດສວຍງາມ ແລະ ຕ້ອນຮັບນັກທ່ອງທ່ຽວ ດ້ວຍມິດຕີຈິດມິດຕະພາບ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ເມື່ອມາແລ້ວ ຢາກກັບມາແຂວງຈຳປາສັກອີກເທື່ອໃໝ່; ມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນເອົາໃຈໃສ່ ແກ້ໄຂບັນຫາການຄຸ້ມຄອງລົດໂດຍສານ ໃຫ້ເຂົ້າບໍລິການລວມສູນ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງດ້ວຍລົດໂດຍສານທັງພາບໃນ ແລະ ຕ່າງປະເທດ ໃຫ້ສາມາດເຊື່ອມຕໍ່ ລົດໄປຫາແຫຼ່ງທ່ອງທ່ຽວຕ່າງໆ ໄດ້ສະດວກຂຶ້ນ. ພ້ອມນັ້ນ​ ກໍໃຫ້ກວດກາສະພາບເຕັກນິກ ແລະ ສິ່ງອໍານວຍຄວາມສະດວກຂອງລົດໂດຍສານ ແລະ ລົດນໍາທ່ຽວ​ ໃຫ້ໄດ້ມາດຕະຖານ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວທີ່ຈະເພີ່ມຂຶ້ນໃນປີທ່ອງທ່ຽວ​ 2024​ ນີ້. ນອກນີ້​ ກໍໃຫ້ ພະແນກໂຍທາທິການ ແລະ ຂົນສົ່ງ ສົມທົບກັບເມືອງ ແລະ ນະຄອນປາກເຊ ລົງກວດກາສໍາຫຼວດເສັ້ນທາງເຂົ້າຫາແຫຼ່ງ ທ່ອງທ່ຽວຕ່າງໆ ທີ່ມີສະພາບເປ່ເພ ແລະ ຂຶ້ນແຜນປັບປຸງສ້ອມແປງ​ ໃຫ້ເປັນບຸລິມະສິດຮີບດ່ວນ​ ໃຫ້ທັນໃນປີທ່ອງທ່ຽວນີ້ມອບໃຫ້ພະແນກອຸດສະຫະກຳ ແລະ ການຄ້າ ຊຸກຍູ້ສົ່ງເສີມຜະລິດຕະພັນ ແລະ ສິນຄ້າທີ່ຕິດພັນກັບ ການທ່ອງທ່ຽວເປັນຕົ້ນແມ່ນເຄື່ອງຫັດຖະກຳ, ເຄື່ອງທີ່ລະນຶກ ແລະ ອາຫານເຄື່ອງບໍລິໂພກ ທີ່ເປັນ ເອກະລັກສະເພາະຂອງທ້ອງຖິ່ນ ແລະ ຊຸມຊົນຕ່າງໆຕອບສະໜອງແກ່ນັກທ່ອງທ່ຽວ ເພື່ອຊີ້ເປັນເຄື່ອງ ຕ້ອນຂອງຝາກໃຫ້ນັກທ່ອງທ່ຽວ.

ມອບພະແນກ ຖວທ​ ແຂວງ​ ສົມທົບກັບເມືອງ,​ ນະຄອນ ແລະ ຜູ້ປະກອບການບໍລິການທ່ອງທ່ຽວແຕ່ລະແຫ່ງ ລົງຕິດຕາມກວດກາ ແລະ ຊຸກຍູ້ຕື່ມສະຖານທີ່ແຫຼ່ງທ່ອງທ່ຽວທີ ເພື່ອໃຫ້ມີການປັບປຸງສິ່ງອຳນວຍຄວາມສະດວກຕ່າງຕ່າງທີ່ຈຳເປັນໃຫ້ແກ່ການທ່ອງທ່ຽວ ເປັນຕົ້ນ ຫ້ອງນໍ້າໃນເຂດແຫຼ່ງທ່ອງທ່ຽວ, ປ້າຍຊີ້ບອກຈຸດທ່ອງທ່ຽວ, ປ້າຍແນະນໍາແຫຼ່ງທ່ອງທ່ຽວ, ປ້າຍໂຄສະນາປີທ່ອງທ່ຽວລາວ 2024 ເພື່ອປຸກລະດົມທົ່ວສັງຄົມໃຫ້ມີຄວາມຕື່ນຕົວປະກອບສ່ວນໃນການເປັນເຈົ້າພາບທີ່ດີ ໄປຄຽງຄູ່ກັບການຄຸ້ມຄອງການບໍລິການຂອງໂຮງແຮມ, ຮ້ານອາຫານ​ ແລະ ບໍລິສັດນໍາທ່ຽວໃຫ້ມີການປັບປຸງດ້ານຄຸນນະພາບ ແລະ ຄາລາສົມເຫດສົມຜົນ ໂດຍມີການແຈ້ງລາຄາຕ່າງໆໃຫ້ລູກຄໍາຮັບຊາບ ກ່ອນໃຫ້ການບໍລິການ; ມອບໃຫ້ພະແນກການເງິນແຂວງ ຄົ້ນຄວ້າແຫຼ່ງງົບປະມານຂອງພາກລັດ ເພື່ອເປັນພື້ນຖານໃຫ້ແກ່ການຈັດກິດຈະກຳປີ ທ່ອງທ່ຽວໃນ 12 ກິດຈະກຳທີ່ຮອງຮັບ ແລະ ສົມທົບກັບການປຸກລະດົມການປະກອບສ່ວນຂອງພາກທຸລະກິດ ແລະ ສົງຄົມມີສ່ວນຮ່ວມ ເພື່ອສ້າງຂະບວນການ ແລະ ບັນຍາກາດຂອງປີທ່ອງທ່ຽວລາວໃຫ້ມີບັນຍາກາດຟົດຟື້ນ. ນອກນີ້​ ເຈົ້າແຂວງຍັງເນັ້ນໜັກໃຫ້ເພີ່ມທະວີການໂຄສະນາກິດຈະກຳທ່ອງທ່ຽວ ແລະ ສະຖານທີ່ທ່ອງທ່ຽວໃນທົ່ວແຂວງ.​ຜ່ານສື່ອອນລາຍ ແລະ ສື່ຕ່າງໆຫຼາຍຮູບແບບ​ ເພື່ອໃຫ້ເຂົ້າເຖິງທຸກກຸ່ມຄົນ ຫຼື ເຊີນເອົາບຸກຄົນທີ່ມີສື່ສຽງ​ ມາຊ່ວຍໃນການໂຄສະນາການທ່ອງທ່ຽວ ໂດຍສະເພາະຈັດເປັນໂປໂມຊັນພິເສດ ຫຼື ແຟັກເກັດທົ່ວພິເສດ ໂດຍຫຼາຍພາກສ່ວນຮ່ວມກັນຈັດລາຄາພິເສດ ເພື່ອເປັນການດຶງດູດນັກທ່ອງທ່ຽວ.