ແຈ້ງການເຖິງປະຊາຊົນ ທີ່ຢູ່ພາຍໃນແຂວງ ຫຼວງນໍ້າທາ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ລົດຈັກເສຍ

ແຈ້ງການເຖິງປະຊາຊົນ ທີ່ຢູ່ພາຍໃນແຂວງ ຫຼວງນໍ້າທາ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ລົດຈັກເສຍ ໃນໄລຍະ ປີ 2022 ຫາ ວັນທີ 20 ພຶດສະພາ 2023 ປັດຈຸບັນທາງເຈົ້າໜ້າທີ່ພະແນກຕໍາຫລວດສືບສວນ – ສອບສວນ ຫ້ອງຕໍາຫລວດ ກອງບັນຊາການ ປກສ ແຂວງ ຫລວງນ້ໍາທາ ໄດ້ເກັບກູ້ລົດຈັກ ຄືນມາໄດ້ 15 ຄັນ ໃນນີ້ມີລົດຈັກຍີ່ຫໍ້ ຫົງດ້າ ( HONGDA ) ເວັບຈີນ 110 ໄອ ແລະ ຍີ່ຫໍ້ ຮອນກາ ( HONGA )  4 ຄັນ, ລົດຈັກຍີ່ຫໍ້ ຮອນດ້າ( HONDA ) ເວັບ 100 11 ຄັນ ( ລົດ15 ຄັນແມ່ນບໍ່ມີປ້າຍທະບຽນ ) ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ໃຫ້ນໍາເອົາເອກກະສານລົດຈັກມາທຽບເລກຈັກ, ເລກຖັງ ນໍາເຈົ້າໜ້າທີ່ຕໍາຫຼວດສືບສວນ – ສອບສວນ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງ ຫຼວງນໍ້າທາ ຕາມໂມງລັດຖະການ ພາຍໃນກໍານົດເວລາ 90 ວັນ. ນັບແຕ່ມື້ແຈ້ງການເປັນຕົ້ນໄປ ຖ້າກາຍແມ່ນຈະໄດ້ຢຶດເຂົ້າເປັນຂອງລັດ.