ໂຈນຂຶ້ນເຮືອນ ລັກເອົາຊັບສິນຫລາຍກວ່າ 20.000 ໂດລາ ຢູ່ບ້ານດອນໜູນ ເມືອງໄຊທານີ ນວ

ວັນທີ 10 ທັນວາ 2023, ຜູ້ໃຊ້ເຟສບຸກ Phouthasack Lou ໂພສວ່າ: ເຊົ້າມືດເວລາ 1:37 ໂມງ ຂອງວັນທີ 7 ທັນວາ ຜ່ານມາ ໄດ້ມີຄົນຮ້າຍເຂົ້າເຮືອນມາລັກເອົາຊັບສິນ ຢູ່ບ້ານ ດອນໜູນ ເມືອງໄຊທານີ ນະຄອນຫລວງວຽງຈັນ. ເຄື່ອງທີ່ຄົນຮ້າຍລັກໄປມີຊຸດເຄື່ອງປະດັບເພັດ, ກະເປົາ, ເຄື່ອງຂອງແບນເນມ ລວມມູນຄ່າຫລາຍກວ່າ 20.000 ໂດລາສະຫະລັດ.
ຖ້າທ່ານໃດຮູ້ເບາະແສສາມາດຕິດຕໍ່ແຈ້ງຫາ Phouthasack Lou ຫລື ເຈົ້າໜ້າທີ່ຕຳຫລວດ ເພື່ອນຳຈັບຕົວຄົນຮ້າຍລັກຊັບມາລົງໂທດຕາມລະບຽບກົດໝາຍ.
ຂໍໃຫ້ເຈົ້າໜ້າທີ່ຈັບຕົວຄົນຮ້າຍມາດຳເນີນຄະດີຕາມລະບຽບກົດໝາຍໄດ້ໂດຍໄວ.

