ບໍລິສັດລົງທຶນຈາກຫວຽດນາມ ຄາດຄະເນຜົນຜະລິດມັນຝຣັ່ງ ຢູ່ແຂວງເຊກອງ ໄດ້ 500 ໂຕນຕໍ່ປີ ສົ່ງຂາຍພາຍໃນ ແລະ ຕ່າງປະເທດ

ວັນທີ 7 ທັນວາ 2023 ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະການນໍາຂັ້ນແຂວງ ແລະ ເມືອງດາກຈຶງ ໄດ້ໄປຕິດຕາມ, ຊຸກຍູ້ ແລະ ຢ້ຽມຢາມສວນຜະລິດກະສິກໍາ ບໍລິສັດລົງທຶນຈາກປະເທດຫວຽດນາມ ຊຶ່ງຕັ້ງຢູ່ບ້ານຕົງຊຽງ ເມືອງດາກຈຶງ ແຂວງເຊກອງ.
ທ່ານ ຫງວຽນ ຊວນນາມ ຜູ້ອໍານວຍການບໍລິສັດຜູ້ລົງທຶນໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດໄດ້ຮັບອະນຸຍາດຈາກອົງການປົກຄອງແຂວງໃຫ້ເຂົ້າມາລົງທຶນໃນການພັດທະນາກະສິກໍາ (ປູກພືດ) ລວມມີເນື້ອທີ່ທັງໝົດ 100 ເຮັກຕາ. ໃນນີ້, ໄດ້ບຸກເບີກ, ນໍາໃຊ້ເຂົ້າໃນການປູກກາເຟ 35 ເຮັກຕາ ແລະ ປູກມັນຝຣັ່ງ 25 ເຮັກຕາ, ຄາດຄະເນຜົນຜະລິດ (ມັນຝຣັ່ງ) ປະມານ 500 ໂຕນ, ສົ່ງຂາຍພາຍໃນ ແລະ ຕ່າງປະເທດ ໃນລາຄາ 12 ລ້ານກີບຕໍ່ໂຕນ.
ໃນໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບໍລິສັດ ທີ່ໄດ້ຕັດສິນໃຈເລືອກລົງທຶນໃນຂະແໜງກະສິກໍາ, ກ້າຄິດ, ກ້າເຮັດ ແລະ ກ້າລົງທຶນ ເພື່ອຕອບສະໜອງເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງຂາຍຕ່າງປະເທດ, ເປັນການປະກອບສ່ວນຕາມແຜນພັດທະນາເສດຖະກິດ-ສັງຄົມ ກໍຄື ການຜະລິດເປັນສິນຄ້າຕາມທ່າແຮງທີ່ບົ່ມຊ້ອນຂອງແຂວງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງ ການຂອງການພັດທະນາໃນປັດຈຸບັນ ກໍຄື ສະເພາະໜ້າ ໂດຍສະເພາະແມ່ນປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສົ່ງ ເສີມການຜະລິດພາຍໃນໃຫ້ເຂັ້ມແຂງ.

