ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ສາທາລະນະລັດ ອິນໂດເນເຊຍ

ວັນທີ 8 ທັນວາ 2023, ຢູ່ສໍານັກງານປະທານາທິບໍດີ, ນະຄອນຫລວງຈາກາກຕາ, ສ ອິນໂດເນເຊຍ, ທ່ານ ຄຳເຟື້ອງ ພັນທະໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ອິນໂດເນເຊຍ.
ທ່ານ ໂຈໂກ ວີໂດໂດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາດໍາລົງຕໍາແໜ່ງ ຂອງເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ອິນໂດເນເຊຍ ເຊິ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດລາວ ຈົ່ງປະສົບຜົນສໍາເລັດອັນຈົບງາມ ໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ ຢູ່ ອິນໂດເນເຊຍ.
ທ່ານເອກອັກຄະລັດຖະທູດ ຄຳເຟື້ອງ ພັນທະໄຊ ໄດ້ຖືໂອກາດດັ່ງກ່າວ ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນໃກ້ຊິດ ທີ່ມີມາຢ່າງດີງາມ ລະຫວ່າງສອງປະເທດ. ພ້ອມນັ້ນ, ກໍໄດ້ອວຍພອນໄຊອັນປະເສີດແດ່ທ່ານປະທານາທິບໍດີ ພ້ອມດ້ວຍຄອບຄົວ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງທ່ານ, ລວມທັງປະຊາຊົນອິນໂດເນເຊຍ ທຸກຖ້ວນໜ້າ ມີຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນະຖາວອນ.
#ຂ່າວພາຍໃນລາວພັດທະນາ #ທູດລາວ #ອິນໂດເນເຊຍ

