ລັດຖະມົນຕີກະຊວງການເງິນ ເນັ້ນໃຫ້ ແຂວງໄຊສົມບູນ ປຸກລະດົມ ແລະ ຊຸກຍູ້ສົ່ງເສີມໂຄງການລົງທຶນພາຍໃນຜະລິດເປັນສິນຄ້າ

ວັນທີ 8 ທັນວາ 2023 ນີ້ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງໄຊສົມບູນ ໂດຍມີທ່ານ ສຸກສະຫວາດ ວົງພູມເຫລັກ, ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນໍາວຽກເສດຖະກິດ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ເຂົ້າຮ່ວມ.
ແຂວງໄຊສົມບູນໄດ້ລາຍງານສະພາບເສດຖະກິດຂອງແຂວງ ໃນໄລຍະຜ່ານມາ ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ເພື່ອຍົກໃຫ້ເຫັນຜົນງານອັນພົນເດັ່ນ ແລະ ບັນດາຂໍ້ຫຍຸ້ງຍາກ ທີ່ເປັນບັນຫາໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ລວມທັງຂໍ້ສະເໜີຕ່າງໆ ທີ່ທາງແຂວງຍັງມີຄວາມຕ້ອງການ ໃຫ້ຄະນະນໍາສູນກາງ ກໍຄືກະຊວງການເງິນຊ່ວຍພິຈາລະນາແກ້ໄຂ ແນ່ໃສ່ຮັບປະກັນໃຫ້ວຽກງານບັນລຸຜົນສໍາເລັດຕາມຄາດໝາຍ ທີ່ວາງໄວ້.
ໂອກາດດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄໍາເຫັນເນັ້ນໜັກໃຫ້ແຕ່ລະພາກສ່ວນ ຈົ່ງພ້ອມກັນເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແຂວງ ດ້ວຍການເພີ່ມທະວີຄວາມຮັບຜິດຊອບໃຫ້ສູງຂຶ້ນກ່ວາເກົ່າ ໂດຍສະເພາະແມ່ນການປຸກລະດົມບັນດາໂຄງການລົງທຶນຕ່າງໆ ໃຫ້ເຂົ້າມາຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ໃຫ້ເປັນຂະບວນການຟົດຟື້ນ ແລະ ກ້ວາງຂວາງ ພ້ອມທັງສືບຕໍ່ເອົາໃຈໃສ່ຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ຕິດພັນກັບດໍາລັດ 414/ລບ, ວາລະແຫ່ງຊາດ ແລະ ບັນດານິຕິດໍາຕ່າງໆ ໃຫ້ບັນລຸຜົນສໍາເລັດ.

