ກະຊວງເຕັກໂນໂລຊີ ແລະ ການສື່ສານ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ທີ່ສໍາຄັນ

ວັທີ 8 ທັນວາ 2023  ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີປາຖະກະຖາ ວັນຊາດ ທີ2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ  ໂດຍການເປັນປະທານຂອງ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາສະຫາຍ ຄະນະປະຈໍາພັກ ຄະນະນໍາ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຈຸດປະສົງເພື່ອທົບທວນຄືນມູນເຊື້ອ ແລະ ພາລະກິດ ຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ຜົນສໍາເລັດໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ພ້ອມນັ້ນກໍຖືເອົາໂອກາດນີ້ ເພື່ອສຶກສາອົບຮົມພະນັກງານ ສະມາຊິກພັກ ນັກຮົບ ລັດຖະກອນ ໃຫ້ຍົກສູງນໍ້າໃຈຮັກຊາດ ເສີມຂະຫຍາຍຄວາມ ສາມັກຄີເປັນຈິດຫນຶ່ງໃຈດຽວ ປະຊາຊົນບັນດາເຜົ່າ ແລະ ຍູ້ແຮງບົດບາດການນໍາຂອງພັກ ຖືເອົາການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບ ຮອບ 48 ປີ ເປັນການໂຄສະນາປຸກລະດົມນໍ້າ ໃຈຮັກຊາດ ຮັກລະບອບໃໝ່ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສຸມທຸກກໍາລັງ ເພື່ອສືບຕໍ່ຈັດຕັ້ງ ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກາງສະໄໝ ໃຫ້ປະກົດຜົນເປັນຈິງ.
ພ້ອມນັ້ນກໍເພື່ອລະນຶກເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮ່ໍາຮຽນ ເອົາແບບຢ່າງອັນດີງາມ ທີ່ເປັນມໍລະດົກອັນລ້ໍາຄ່າຂອງເພິ່ນ ເພື່ອເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ ສະມາຊິກພັກທີ່ດີ ເພື່ອສືບທອດພາລະກິດຂອງພັກ ແລະ ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ເປັນ ກິດຈະກໍາໜຶ່ງໃນຂະບວນການ ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ຜົນງານ ແລະ ໄຊຊະນະ ກໍຄື ມູນເຊື້ອການຕໍ່ສູ້ອັນບາກບັ່ນ ພະຍາຍາມ ຂອງປະຊາຊົນລາວ ບັນດາເຜົ່າ ໂດຍພາຍໃຕ້ການນໍາພາ ຂອງພັກ ໃຫ້ພະນັກງານ ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ທັງເຮັດສໍາເລັດໜ້າທີ່ວຽກງານ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ