ຮອງປະທານປະເທດ ເນັ້ນໃຫ້ເອົາໃຈໃສ່ ປຸກລະດົມແນວຄິດແມ່ຍິງ ຢ່າງກວ້າງຂວາງເລິກເຊິ່ງ

ໃນເວລາໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ 3 ສະໄໝທີ VIII ໃນວັນທີ 6 ທັນວາ 2023 ນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ເນັ້ນໃຫ້ສະຫະພັນແມ່ຍິງທຸກຂັ້ນ ເອົາໃຈໃສ່ ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດຖືເປັນໜ້າທີ່ສໍາຄັນຕົ້ນຕໍອັນດັບໜຶ່ງ ຖືເປັນວຽກງານຍຸດທະສາດທີ່ຕ້ອງເຮັດຢ່າງເນື່ອງນິດລຽນຕິດ ແລະ ຍາວນານດ້ວຍຫລາຍວິທີການທີ່ແຂງແຮງກວ່າເກົ່າ ແນໃສ່ປຸກລະດົມແນວຄິດແມ່ຍິງ ຢ່າງກວ້າງຂວາງເລິກເຊິ່ງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເອົາໃຈໃສ່ປັບປຸງການຈັດຕັ້ງຂອງສະຫະພັນແມ່ຍິງ ແຕ່ສູນກາງລົງຮອດທ້ອງຖິ່ນຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ;
ຄະນະບໍລິຫານງານ ແລະ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ຕ້ອງເພີ່ມທະວີຍົກສູງຄວາມຮູ້ຄວາມສາມາດຂອງຕົນເອງ ໃຫ້ທຽມທັນກັບໜ້າທີ່ການເມືອງໃນໄລຍະໃໝ່ ກໍຄືໃນສະພາບການປັດຈຸບັນ; ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ກໍຄືການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ເຂົ້າສູ່ລວງເລິກ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ບັນລຸຕາມແຜນການທີ່ວາງໄວ້, ໂດຍສົມທົບກັບຄະນະພັກ-ອົງການປົກຄອງ, ອົງການພາຄີ ເພື່ອໃຫ້ຂະບວນການຕິດແທດກັບຮາກຖານ, ມີປະສິດທິພາບຢ່າງແທ້ຈິງ ແລະ ໃຫ້ຂະບວນການລວມໄປລວງດຽວກັນ; ປຸກລະດົມໃຫ້ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ເອົາໃຈໃສ່ ແລະ ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ກໍ່ຄືຖັນແຖວແມ່ຍິງໃຫ້ຫລຸດລົງເທື່ອລະກ້າວ, ພ້ອມທັງຊຸກຍູ້ສົ່ງເສີມໃຫ້ແມ່ຍິງລາວບັນດາເຜົ່າໄດ້ທໍາມາຫາກິນ ແລະ ດຳລົງຊີວິດປົກກະຕິໃນເງື່ອນໄຂໃໝ່.
ນອກນັ້ນ, ກໍໃຫ້ສືບຕໍ່ພົວພັນຮ່ວມມືກັບແມ່ຍິງປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຢ່າງມີການເລືອກເຟັ້ນ ຕາມແນວທາງນະໂຍບາຍຂອງພັກ ບົນຫລັກການພື້ນຖານ ເຄົາລົບເຊິ່ງກັນ ແລະ ກັນຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອແລກປ່ຽນບົດຮຽນ, ປະສົບການ, ຍາດແຍ່ງການສະໜັບສະໜູນດ້ານທຶນຮອນ, ງົບປະມານ ເຂົ້າໃນການເຄື່ອນໄຫວວຽກງານ ການພັດທະນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ. ຄະນະບໍລິຫານງານສະຫະພັນແມ່ຍິງລາວ ແລະ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີຍົກສູງຄວາມຮູ້ຄວາມສາມາດຂອງຕົນເອງ ໃຫ້ທຽມທັນກັບໜ້າທີ່ການເມືອງໃນໄລຍະໃໝ່ ກໍຄືສະພາບປັດຈຸບັນ; ສືບຕໍ່ເພີ່ມທະວີວຽກງານຕິດຕາມກວດກາ ຢູ່ພາຍໃນຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຂັ້ນ ແລະ ທົ່ວສະມາຊິກສະຫະພັນແມ່ຍິງລາວໃຫ້ເປັນປົກກະຕິ, ທົ່ວເຖິງ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າໃຫ້ດີຂຶ້ນເລື້ອຍໆ ແລະ ດັດແປງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງໃຫ້ທັນເວລາ.

