ປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ)

ວັນທີ 5 ພະຈິກ 2023, ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ຈັດກອງປະຊຸມຖະແຫຼ່ງຂ່າວກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີ ທ່ານ ນາງ ມາຣຽນ ອັບດູ ຫົວໜ້າພະແນກນະໂຍບາຍສັງຄົມ ອົງການຢູນິເຊັບ ປະຈຳ ສປປ ລາວ ເຂົ້າຮ່ວມ.
ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທໍາ ກ່າວວ່າ: ການປັບປຸງກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແມ່ນໜຶ່ງໃນການຈັດຕັ້ງປະຕິບັດຕົວຈິງຂອງລັດຖະບານ ໃນການປະຕິບັດຂໍ້ສະເໜີ ຂອງຄະນະກໍາມະການສິດທິເດັກ ຂອງສະຫະປະຊາຊາດ ທີ່ມີຕໍ່ລັດຖະບານ ສປປ ລາວ ໃນປີ 2018 ແລະ ເປັນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການປົກປ້ອງເດັກ (2022–2026) ຂອງ ສປປ ລາວ. ກົດໝາຍສະບັບປັບປຸງປີ 2023 ນີ້ ສະແດງໃຫ້ເຫັນເຖິງການໃຫ້ບູລິມະສິດຂອງລັດຖະບານ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກ ແລະ ການພັດທະນາບຸກຄະລາກອນສັງຄົມສົງເຄາະ ຄຽງຄູ່ກັບການເສີມຂະຫຍາຍຄວາມຮັບຜິດຊອບຂອງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ.
ກົດໝາຍສະບັບປັບປຸງນີ້ຍັງໄດ້ກຳນົດບົດບາດ ແລະ ຄວາມຮັບຜິດຊອບຂອງບັນດາ ກະຊວງ, ອົງການທີ່ກ່ຽວຂ້ອງຢ່າງຈະແຈ້ງຄື: ທ່ານຮອງນາຍົກລັດຖະມົນຕີ ເປັນປະທານຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ປ່ຽນແທນຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກໃນປັດຈຸບັນເຊິ່ງແມ່ນທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນປະທານ. ນອກນັ້ນ, ກອງປະຊຸມໄດ້ມອບໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມເປັນເຈົ້າການໃນການນຳພາການສ້າງ, ປັບປຸງ, ຄຸ້ມຄອງ ແລະ ນຳໃຊ້ ລະບົບຂໍ້ມູນຂ່າວສານ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ເປັນເຈົ້າການໃນການລະດົມ, ຄຸ້ມຄອງກອງທຶນປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ.
ທ່ານ ນາງ ມາຣຽນ ອັບດູ ຫົວໜ້າພະແນກນະໂຍບາຍສັງຄົມ ອົງການຢູນິເຊັບ ປະຈຳ ສປປ ລາວ ໃນນາມຕາງໜ້າອົງການຢູນີເຊັບ ໄດ້ກ່າວວ່າ: ການປັບປຸງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເປັນການບຸກທະລຸເພື່ອປົກປ້ອງສິດທິຂອງເດັກຢ່າງເຂັ້ມແຂງໃນ ສປປ ລາວ ແລະ ພວກເຮົາຂໍຊົມເຊີຍຕໍ່ຄວາມພະຍາຍາມຂອງລັດຖະບານ ສປປ ລາວ. ອົງການຢູນິເຊັບ ຖືໂອກາດນີ້, ສະແດງຄຳໝັ້ນສັນຍາ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການສ້າງສະພາບແວດລ້ອມທາງດ້ານນະໂຍບາຍ ທີ່ຮັບປະກັນໃຫ້ເດັກທຸກຄົນໄດ້ຮັບການປົກປ້ອງຈາກໄພອັນຕະລາຍ.

