ອົງການໄອຍະການປະຊາຊົນ ລາວ-ຫວຽດນາມ ຈະສືບຕໍ່ແລກປ່ຽນການຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດໃນຕໍ່ໜ້າ

ວັນທີ 5 ທັນວາ 2023 , ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ເລມິງ ຈີ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມ ໄອຍະການສູງສຸດ ຈີນ-ອາຊຽນ ຄັ້ງທີ 13 ຈັດຂຶ້ນທີ່ ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ.
ໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນ-ຮ່ວມມື ສອງຝ່າຍເປັນຢ່າງດີ, ໃນຕໍ່ໜ້າຈະສືບຕໍ່ແລກປ່ຽນຄະນະຜູ້ແທນໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ແລກປ່ຽນບົດຮຽນກ່ຽວກັບການຕິດຕາມກວດກາການດຳເນີນຄະດີປົກຄອງ, ການຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ; ສ້າງພະນັກງານໄອຍະການປະຊາຊົນຢູ່ ສສ ຫວຽດນາມ ລະດັບປະລິນຍາຕີ, ປະລິນຍາໂທ ຢູ່ມະຫາວິ ທະຍາໄລໄອຍະການ; ກໍ່ສ້າງ ແລະ ບຳລຸງພະນັກງານໄອຍະການຢູ່ ສສ ຫວຽດນາມ ແລະ ວຽກງານອື່ນໆ, ປະກອບສ່ວນເຂົ້າໃນການຕ້ານອາຊະຍາກຳຂ້າມຊາດ, ພັດທະນາອົງການໄອຍະການປະຊາຊົນຂອງສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.

