ເກີດເຫດ ພູເຂົາໄຟມາຣາປີ ປະເທດອິນໂດເນເຊຍ ລະເບີດຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ເຈົ້າໜ້າທີ່ກູ້ໄພຍັງຄົ້ນຫາຜູ້ສູນຫາຍອີກຈຳນວນໜຶ່ງ

ສຳນັກຂ່າວຕ່າງປະເທດລາຍງານ ຈາກປະເທດອິນໂດເນເຊຍ ໃນວັນທີ 5 ທັນວາ 2023, ເກີດເຫດພູເຂົາໄຟມາຣາປີ ຢູ່ເທິງເກາະສຸມາຕຣາ ລະເບີດໃນວັນອາທິດທີ່ຜ່ານມາ, ຂະນະທີ່ຈຳນວນຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 22 ຄົນແລ້ວ ແລະ ປັດຈຸບັນມີການເຄື່ອນຍ້າຍຊາກສົບລົງມາ ແລະ ເຈົ້າໜ້າທີ່ກູ້ໄພຍັງຄົງຄົ້ນຫາຜູ້ສູນຫາຍອີກຈຳນວນໜຶ່ງ.

ໃນຂະນະທີ່ເກີດເຫດມີນັກປີນເຂົາຢູ່ເທິງນັ້ນ 75 ຄົນ, ໂດຍພາລະກິດຄົ້ນຫາເປັນໄປຢ່າງຍາກລຳບາກໃນໄລຍະ 2-3 ວັນຜ່ານມາ ເນື່ອງຈາກການພົ່ນເຖົ່າຖ່ານຂອງພູເຂົາໄຟຍັງບໍ່ສະຫງົບລົງ ແລະ ບວກກັບສະພາບອາກາດທີ່ໂຫດຮ້າຍ

ທາງດ້ານຝ່າຍຕິດຕາມກວດສອບພູເຂົາໄຟແຫ່ງນີ້ ກ່າວວ່າ: ເກີດການລະເບີດຂຶ້ນອີກ 5 ຄັ້ງ ຕ້ັງແຕ່ທ່ຽງຄືນຮອດຕອນເຊົ້າຂອງວັນອັງຄານ, ຈາກນັ້ນມີຝົນຕົກ ແລະ ຄວັນຈາກພູເຂົາໄຟປົກຄຸມບໍລິເວນນັ້ນ.