48 ປີ ວຽກງານຂະແໜງສາທາລະນະສຸກ ໄດ້ຮັບການພັດທະນາເປັນກ້າວໆ

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດວ່າ: ຕະຫຼອດໄລຍະ 48 ປີຜ່ານມາ ວຽກງານຂະແໜງສາທາລະນະສຸກ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາ ແລະ ພັດທະ ນາປະເທດຊາດ ແລະ ໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.

ພາຍຫຼັງພັກ ແລະ ລັດຖະບານ ໄດ້ມີນະໂຍບາຍປ່ຽນແປງໃໝ່, ໃນປີ 1986 ຂະແໜງສາທາລະນະສຸກ ກໍໄດ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ໂດຍຫັນຈາກການບໍລິການແບບບໍລິຫານເກື້ອກູນ ມາສ້າງຕັ້ງເປັນກອງທຶນໝູນວຽນຢານັບແຕ່ປີ 1996 ຈົນເຖິງປີ 2012 ພ້ອມທັງໄດ້ຂະຫຍາຍຕູ້ຢາປະຈໍາບ້ານໄປເຖິງເຂດຊົນນະບົດຫ່າງໄກສອກຫຼີກ ເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການສາທາລະນະສຸກຂັ້ນພື້ນຖານຫຼາຍກວ່າ 90% ຂອງຈໍານວນປະຊາຊົນໃນຂອບເຂດທົ່ວປະເທດ. ອີງໃສ່ການພັດທະນາໃນໄລຍະໃໝ່, ຂະແໜງສາທາລະນະສຸກໄດ້ປ່ຽນຈາກການບໍລິການດ້ວຍຮູບແບບກອງທຶນໝູນວຽນຢາ ມາເປັນກອງທຶນປະກັນສຸຂະພາບແຫ່ງຊາດ. ປັດຈຸບັນສາມາດປົກຄຸມໄດ້ຫຼາຍກວ່າ 94% ຂອງປະຊາກອນທັງໝົດໃນຂອບເຂດທົ່ວປະເທດ.

ການຂະຫຍາຍຕົວທາງດ້ານພື້ນຖານໂຄງລ່າງຂອງຕາໜ່າງສາທາລະນະສຸກ ເຫັນໄດ້ວ່າຈາກການສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີ ຄັ້ງທີ IV (1996-2000), ຕາໜ່າງສາທາລະນະສຸກໃນຂອບເຂດທົ່ວປະເທດປະກອບມີ: ໂຮງໝໍສູນກາງ 2 ແຫ່ງ, ສູນປິ່ນປົວ 6 ແຫ່ງ, ໂຮງໝໍແຂວງ 18 ແຫ່ງ, ໂຮງໝໍເມືອງ 127 ແຫ່ງ ແລະ ສຸກສາລາ 604 ແຫ່ງ. ມາຮອດປັດຈຸບັນຕາໜ່າງສາທາລະນະສຸກ ໄດ້ມີການຂະ ຫຍາຍເພີ່ມຂຶ້ນໂດຍສະເພາະຕາໜ່າງສາທາລະນະສຸກຢູ່ຂັ້ນທ້ອງຖິ່ນ ໄດ້ມີໂຮງໝໍສູນກາງ 5 ແຫ່ງ, ສູນປິ່ນປົວສະເພາະທາງ 3 ແຫ່ງ, ໂຮງໝໍແຂວງ  17 ແຫ່ງ, ໂຮງໝໍເມືອງ 135 ແຫ່ງ, ສຸກສາລາ 1.080 ແຫ່ງ. ໃນນັ້ນການບໍລິການສຸຂະພາບ ກໍໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ ຈາກໃນເມື່ອກ່ອນແມ່ນສາມາດໃຫ້ການບໍລິການປິ່ນປົວໃນຂັ້ນພື້ນຖານ ມາເຖິງປັດຈຸບັນຂະແໜງສາທາລະນະສຸກສາມາດໃຫ້ການບໍລິການສຸຂະພາບດ້ວຍເຄື່ອງມືທີ່ທັນສະໄໝ ແລະ ລົງເລິກສະເພາະທາງເປັນຕົ້ນ ການຜ່າຕັດກະດູກ, ຜ່າຕັດສະໝອງ, ຜ່າຕັດຫົວໃຈ, ຜ່າຕັດລະບົບຖ່າຍເທຜ່ານທໍ່, ການປິ່ນປົວພະຍາດມະເຮັງ, ພະຍາດເບົາຫວານ ແລະ ອື່ນໆ. ນອກນັ້ນຍັງໄດ້ເອົາໃຈໃສ່ວຽກງານການປະກັນຄຸນນະພາບຄວາມປອດໄພຂອງອາຫານ ແລະ ຢາ ໂດຍການຕິດຕາມກວດກາອາຫານ ແລະ ຢາ ທີ່ຈໍລະຈອນຈໍາໜ່າຍຢູ່ໃນຂອບເຂດທົ່ວປະເທດ. ພ້ອມທັງເອົາໃຈໃສ່ສົ່ງເສີມການຜະລິດພາຍໃນໃຫ້ເປັນຮູບປະທໍາຫຼາຍຂຶ້ນ. ທົ່ວປະເທດໄດ້ມີໂຮງງານຜະລິດຢາຫຼວງ 4 ແຫ່ງ ເພື່ອຕອບສະໜອງຢາທີ່ຈໍາເປັນພື້ນຖານໃຫ້ແກ່ຕາໜ່າງສາທາລະນະສຸກ. ຄຽງຄູ່ກັນນັ້ນ, ຂະແໜງສາທາລະນະສຸກ ຍັງໄດ້ເອົາໃຈໃສ່ໃນການກໍ່ສ້າງບຸກຄະລາກອນທາງການແພດ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍມີພະນັກງານສາທາລະນະສຸກ ຈໍານວນ 5.022 ຄົນ. ປັດຈຸບັນມີພະນັກງານທັງໝົດ 19.560 ຄົນ ຍິງ 12.853 ຄົນ. ໃນນັ້ນມີຈໍານວນແພດຊ່ຽວຊານຂັ້ນ II ຈໍານວນ 22 ຄົນ ກວມ 0,1%, ມີຊ່ຽວຊານຂັ້ນ I ຈໍານວນ 810 ຄົນ ກວມ 4,1% ຂອງລັດຖະກອນສາທາລະນະສຸກທັງໝົດ; ຂົງເຂດການສຶກສາສາທາລະນະສຸກໄດ້ມີການປັບປຸງ ແລະ ພັດທະນາ.ສະຖານການສຶກສາສາທາລະນະສຸກກ່ອນປີ 1975 ມີພຽງໂຮງຮຽນສາທາລະນະສຸກ 1 ແຫ່ງ, ປັດຈຸບັນມີທັງໝົດ 11 ແຫ່ງປະກອບມີ: ມະຫາວິທະຍາໄລວິທະຍາສາດສຸຂະພາບ 1 ແຫ່ງ, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ 1 ແຫ່ງ ຢູ່ນະຄອນຫຼວງວຽງຈັນ, ວິທະຍາໄລວິທະຍາສາດສຸຂະພາບ 4 ແຫ່ງຢູ່ແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ຈຳປາສັກ. ໃນນັ້ນມີໂຮງຮຽນສາທາລະນະສຸກ 3 ແຫ່ງຢູ່ແຂວງອຸດົມໄຊ, ວຽງຈັນ, ຄຳມ່ວນ ແລະ ຍັງມີສູນຝຶກອົບຮົມ 2 ແຫ່ງຢູ່ແຂວງສາລະວັນ ແລະ ອັດຕະປືທີ່ສ້າງນັກວິຊາຊີບສາທາ ລະນະສຸກຫຼາຍຫຼັກສູດລວມທັງລະດັບຊ່ຽວຊານ ແລະ ປະລິນຍາໂທ. ພ້ອມນັ້ນການບໍລິການດ້ານສາທາລະນະສຸກເປັນຕົ້ນ ຢູ່ໂຮງໝໍຂັ້ນຕ່າງໆໃນທົ່ວປະເທດໄດ້ຮັບການປັບປຸງ ນັບທັງດ້ານສະຖານທີ່, ການປະກອບພະນັກ ງານ ແລະ ອຸປະກອນການແພດທີ່ທັນສະໄໝ. ນອກນັ້ນຍັງໄດ້ຝຶກອົບຮົມດ້ານເຕັກນິກວິຊາການຕ່າງໆໃຫ້ພະນັກ ງານ, ແພດໝໍ ແລະ ພະຍາບານເພື່ອຍົກສູງຄຸນນະພາບ ແລະ ລະດັບຄວາມສາມາດໃຫ້ສູງຂຶ້ນເທື່ອລະກ້າວ. ໂຮງໝໍເມືອງຫຼາຍແຫ່ງສາມາດຜ່າຕັດແກ້ໄຂສຸກເສີນ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຄົນເຈັບໄດ້ເປັນຢ່າງດີ. ເມື່ອທຽບກັບຊຸມປີພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ບັນດາໂຮງໝໍແຂວງໄດ້ຮັບການປັບປຸງຍົກລະດັບສູງຂຶ້ນ ແລະ ໄດ້ປະກອບອຸປະກອນການແພດທີ່ທັນສະໄໝ ເພື່ອຊ່ວຍໃຫ້ການກວດ ແລະ ບົ່ງມະຕິພະຍາດໃຫ້ມີຄວາມຊັດເຈນ ແລະ ວ່ອງໄວ ເປັນຕົ້ນເຄື່ອງຊີທີສະແກນເນີ (CT scanner), ເອໂກກຣາຟີ/ສຽງສະທ້ອນ (Echography), ເຄື່ອງຜ່າຕັດຜ່ານທໍ່ (Endoscopy) ແລະ ເຄື່ອງມືອຸປະກອນສໍາລັບການວິເຄາະ ແລະ ອື່ນໆ.

ທ່ານ ບຸນແຝງ ພູມມະໄລສິດ ຍັງລາຍງານວ່າ: ຈາກການປັບປຸງ ແລະ ພັດທະນາ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກໃນແຕ່ລະໄລຍະ ນັບແຕ່ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍເຖິງປັດຈຸບັນເຫັນໄດ້ວ່າການສະໜອງການບໍລິການສຸຂະພາບ ໄດ້ມີການຂະຫຍາຍຕົວຢ່າງແຂງແຮງ ແລະ ມີຄຸນນະພາບດີພໍສົມຄວນສາມາດປະກອບສ່ວນເຮັດໃຫ້ປະຊາຊົນບັນດາເຜົ່າມີສຸຂະພາບດີຂຶ້ນ ຊຶ່ງສະແດງໃຫ້ເຫັນບັນດາຄາດໝາຍຕົວຊີ້ບອກສະຫະສະວັດດ້ານການພັດທະນາ ທີ່ຕິດພັນກັບຂະແໜງສາທາລະນະສຸກເປັນຕົ້ນ ອັດຕາການຕາຍຂອງແມ່ ແລະ ເດັກຫຼຸດລົງ ອີງຕາມໂຕເລກລາຍງານໃນບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີຄັ້ງທີ IV (1996-2000), ໃນປີ 1995 ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ ແມ່ນ 104/1.000 ເດັກເກີດມີຊີວິດ, ມາຮອດ 9 ເດືອນປີ 2023, ໂຕເລກລາຍງານຈາກລະບົບຂໍ້ມູນຂ່າວສານສາທາລະນະສຸກ (DHIS2) ແມ່ນຍັງເຫຼືອພຽງ 46/1.000 ເດັກເກີດມີຊີວິດ; ສໍາລັບອັດຕາສ່ວນການຕາຍຂອງແມ່ຫຼຸດລົງຈາກ 656/100.000 ເດັກເກີດມີຊີວິດໃນປີ 1995 ມາຮອດປີ 2022 ແລະ ອີງຕາມໂຕເລກລາຍງານຂອງອົງການສະຫະປະຊາຊາດຍັງເຫຼືອ 126/100.000 ເດັກເກີດມີຊີວິດ. ໃນນັ້ນ, ອາຍຸຍືນສະເລ່ຍລວມຂອງປະຊາຊົນລາວໄດ້ເພີ່ມຂຶ້ນຈາກ 51 ປີໃນປີ 1995 ມາເປັນ 67 ປີໃນປີ 2022.

Cr: ໜັງສືພິມປະຊາຊົນ