ກໍາປູເຈຍ-ຫວຽດນາມ ເປີດບໍລິການຈ່າຍເງິນຄິວອາຣໂຄ໊ດຂ້າມຊາຍແດນ

ກໍາປູເຈຍ ແລະ ຫວຽດນາມ ເປີດຕົວການຈ່າຍເງິນຜ່ານລະຫັດ QR code ຂ້າມຊາຍແດນ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນຂອງສອງປະເທດສາມາດສະແກນລະຫັດຄິວອາຣ ເພື່ອຈ່າຍເງິນດ້ວຍສະກຸນທ້ອງຖິ່ນຂອງປະເທດຕົນເອງ.
ວັນທີ 5 ທັນວາ, ສໍານັກຂ່າວຊິນຮົວລາຍງານວ່າ: ທະນາຄານກາງກໍາປູເຈຍລະບຸວ່າ: ໂຄງການດັ່ງກ່າວຈະສົ່ງການການຈ່າຍເງິນແບບດິຈີຕອນ, ການໃຊ້ສະກຸນເງິນປະຈໍາຊາດ ແລະ ກະຕຸ້ນການເຕີບໃຫຍ່ທາງເສດຖະກິດ, ການທ່ອງທ່ຽວ ແລະ ການຄ້າຂ້າມຊາຍແດນລະຫວ່າງກໍາປູເຈຍກັບຫວຽດນາມ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ: ຊາວກໍາປູເຈຍ ແລະ ຊາວຫວຽດນາມ ໂດຍສະເພາະນັກທ່ອງທ່ຽວ ແລະ ຜູ້ຄ້າຂາຍ ຈະໄດ້ຮັບຜົນປະໂຫຍດຈາກໂຄງການນີ້.
ທັງນີ້, ນັກເດີນທາງຊາວກໍາປູເຈຍຈະສາມາດຈ່າຍເງິນຢູ່ຫວຽດນາມດ້ວຍສະກຸນເງິນຣຽວ ຜ່ານລະຫັດຫວຽດຄິວອາຣ (VietQR code), ສ່ວນລູກຄ້າຊາວຫວຽດນາມຈະສາມາດຈ່າຍເງິນຢູ່ກໍາປູເຈຍດ້ວຍສະກຸນເງິນດົງ ຜ່ານລະຫັດເຄເຣັສຄິວອາຣ (KHQR code).
ກໍາປູເຈຍດໍາເນີນການຮ່ວມມືດ້ານການຈ່າຍເງິນຜ່ານລະຫັດຄິວອາຣຂ້າມຊາຍແດນກັບປະເທດໃກ້ຄຽງຄືລາວ ແລະ ໄທ ຮຽບຮ້ອຍແລ້ວ.

