ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບອາກາດ ປະຈໍາວັນທີ 5 ທັນວາ 2023 ວ່າ: ຄວາມກົດສູງຂອງອາກາດ ເຢັນມີກໍາລັງອ່ອນຍັງຈະສືບຕໍໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ເຊິ່ງຈະເຮັດອາກາດເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ໄຊສົມບູນ ແລະ ເຂດພູພຽງບໍລະເວນ, ສ່ວນຕອນບ່າຍອາກາດຮ້ອນໂດຍສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.
ສໍາລັບນະຄອນຫລວງວຽງຈັນ ອາກາດຮ້ອນ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 22-32 ອົງສາ.