ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ທ່ານ ນາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາດ ປະທານຄະນະກຳມະການວັດທະນະທຳສັງຄົມ-ບັນດາເຜົ່າ ສປ ນວ ພ້ອມຄະນະ ລົງຕິດຕາມ ແລະ ຊຸກຍູ້ວຽກງານຂົງເຂດວັດທະນະທຳ-ສັງຄົມ ໃນວັນທີ 1 ທັນວາ 2023 ຢູ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຖືກຕ້ອນຮັບໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຄະນະພະແນກ ຫົວໜ້າຂະແໜງ ກອງວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ນາງ ວິໄວວອນ ຈັນທະລາຕີ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານຂອງຕົນໃນຂົງເຂດ ຖວທ ຜ່ານມາ ທີ່ຕິດພັນກັບຕາມຄຳຖາມເຈາະຈີ້ມຂອງສະມາຊິກສະພາປະຊາຊົນ ນວ ເປັນຕົ້ນ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມປະຈຳປີ 2023 ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສປ ນວ ຊຸດທີ II ສະບັບເລກທີ 009/ສປນວ ທີ່ໄດ້ຮັບຮອງເອົາ 8 ຄາດໝາຍ ດ້ານວຽກງານ ຖວທ ພ້ອມທັງແຜນຈຸດສຸມ ແລະ ຄາດໝາຍ ສູ້ຊົນໃນປີ 2024 ການດຳເນີນການແກ້ໄຂບັນຫາສຽງດັງເນືອງນັນ ການຄຸ້ມຄອງປ້າຍ ແລະ ການແກ້ໄຂ ບັນຫາປ້າຍຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍໃນ ນວ.
ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນ 11 ເດືອນຜ່ານມາຂອງປີ 2023 ພະແນກ ຖວທ ສາມາດຈັດຕັ້ງປະຕິບັດໄດ້ຫຼາຍໜ້າວຽກທີ່ຕິດພັນກັບຄຳຖາມເຈາະຈີ້ມຂອງສະພາ ໂດຍສະເພາະຄາດໝາຍດ້ານວຽກງານຖະແຫຼງຂ່າວໃນ 2 ຄາດໝາຍ ການຕິດຕັ້ງໂທລະໂຄງໃໝ່ໃຫ້ໄດ້ 5 ບ້ານ ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດປະຕິບັດໄດ້ 32 ບ້ານ ລື່ນແຜນການ 27 ບ້ານ ເທົ່າກັບ 540% ການເຜີຍແຜ່ນິຕິກຳຂົງເຂດ ຖວທ ໃຫ້ໄດ້ 100 ບ້ານ ປັດຈຸບັນສາມາດປະຕິບັດໄດ້ແລ້ວ 171 ບ້ານ ຂົງເຂດວັດທະນະທຳ 4 ຄາດໝາຍ ການປະກາດບ້ານວັດທະນະທຳໃຫ້ໄດ້ 3 ບ້ານ ຢູ່ເມືອງໄຊທານີ 2 ບ້ານຄື ບ້ານດຸນອ່ຽນ ແລະ ບ້ານປ່າໄລ່ ປັດຈຸບັນບ້ານດັ່ງກ່າວໄດ້ຮັບຂໍ້ຕົກລົງຈາກທ່ານເຈົ້າຄອງ ຮັບຮອງເປັນບ້ານວັດທະນະທຳຂອງ ນວ ແລ້ວ ແລະ ຈະມີພິທີປະກາດໃນກາງເດືອນ ທັນວາ 2023 ນີ້ ສ່ວນບ້ານດອນຊິງຊູ້ ເມືອງສີໂຄດຕະບອງ ໄດ້ສົມທົບກັບ ຖວທ ເມືອງເພື່ອລົງປະເມີນ ໂດຍລວມຂອງຄາດໝາຍດັ່ງກ່າວ ສາມາດປະຕິບັດໄດ້ 68% ຂອງແຜນການ ແລະ ໃນປີ 2023 ຈະສືບຕໍ່ສູ້ຊົນໃຫ້ບັນລຸຄາດໝາຍຕື່ມອີກ ສຳລັບວຽກງານຂົງເຂດທ່ອງທ່ຽວ 2 ຄາດໝາຍ ການສູ້ຊົນດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຊົມນະຄອນຫຼວງໃຫ້ໄດ້ 500.000 ຄົນ ມາຮອດເດືອນຕຸລາ 2023 ສາມາດປະຕິບັດໄດ້ 1.081.751 ເທື່ອຄົນ ທຽບໃສ່ແຜນການເທົ່າກັບ 208%.
ນອກນີ້ ຂະແໜງວິຊາການກ່ຽວຂ້ອງຍັງປະກອບຄຳເຫັນ ແລະ ຊີ້ແຈງບາງບັນຫາທີ່ຕິດພັນກັບການປະຕິບັດວຽກງານໃນຂົງເຂດຂອງຕົນ ຕໍ່ຄະນະກຳມະການວັດທະນະທຳ-ສັງຄົມ ບັນດາເຜົ່າ ສປ ນວ ຊາບ ຈາກນັ້ນທ່ານຮອງປະທານສະພາປະຊາຊົນ ນວ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕື່ມອີກ.