ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກກ່າວປາໄສເນື່ອງໃນວັນສາກົນຕ້ານເອດ

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກກ່າວປາໄສເນື່ອງໃນວັນສາກົນຕ້ານເອດ ວັນທີ 1 ທັນວາ ວ່າ: ມາຮອດປີ 2022, ຢູ່ ສປປ ລາວ ມີຜູ້ຕິດເຊື້ອ HIV ທັງໝົດ1.748 ຄົນ, ທຽບໃສ່ປີ 2021 ເພີ່ມຂຶ້ນ 13%, ໃນນີ້ ສ່ວນໃຫຍ່ແມ່ນເພດຊາຍ ກວມເອົາ 64% ຂອງຈໍານວນຜູ້ຕິດ ເຊື້ອທັງໝົດ ໂດຍມີອາຍຸສະເລ່ຍລະຫວ່າງ 20-39 ປີ.
ຈາກອັດຕາການຕິດເຊື້ອທີ່ເພີ່ມຂຶ້ນ, ກະຊວງສາທາລະນະສຸກ ໄດ້ມີແຜນຍຸດທະສາດໃນການຕອບໂຕ້ເຊື້ອດັ່ງກ່າວແຕ່ປີ 2021-2030 ແລະ ມີກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອ HIV, ພະຍາດເອດ, ມີສະຖານທີ່ບໍລິການກວດເລືອດເພື່ອຊອກຫາການຕິດເຊື້ອ HIV ທັງພາກລັດ ແລະ ເອກະຊົນທັງໝົດ 191 ແຫ່ງ, ກວມເອົາ 123 ເມືອງ ແລະ ອື່ນໆ.
ທ່ານກ່າວຕື່ມວ່າ: ຄໍາຂອງວັນສາກົນຕ້ານເອດ ປີ 2023 ແມ່ນ “ໃຫ້ຂັ້ນທ້ອງຖິ່ນເປັນເຈົ້າການໃນການຕອບໂຕ້ການແຜ່ລະບາດຂອງເຊື້ອ HIV, ພະຍາດເອດ” ເພື່ອແນໃສ່ເຮັດໃຫ້ທຸກຄົນໃນທ້ອງຖິ່ນ ແລະ ຊຸມຊົນມີສ່ວນຮ່ວມໃນການປ້ອງກັນເຊື້ອ HIV ແລະ ພະຍາດເອດໃຫ້ແຂງແຮງ ແລະ ເປັນເຈົ້າການຫລາຍຂຶ້ນກວ່າເກົ່າ ເພື່ອແນໃສ່ເຮັດໃຫ້ອັດຕາການຕິດເຊື້ອຢູ່ລາວນັບມື້ຫລຸດລົງ ເພື່ອແນໃສ່ບັນລຸເປົ້າໝາຍໃໝ່ສາມ 95 ຫລື ເປົ້າໝາຍແບບເລັ່ງລັດຂອງອົງການສະຫະປະຊາຊາດຕ້ານເອດ ຄື: 95 ຂອງຜູ້ທີ່ໄດ້ຮັບການບົ່ງມະຕິ, ຮູ້ສະພາບການຕິດເຊື້ອ HIV ຂອງຕົນເອງ, 95 ຂອງຜູ້ທີ່ຮູ້ວ່າຕິດເຊື້ອ HIV ໄດ້ເຂົ້າເຖິງການປິ່ນປົວດ້ວຍຢາກຕ້ານພະຍາດດັ່ງກ່າວ ແລະ 95 ຂອງຜູ້ທີ່ໄດ້ເຂົ້າເຖິງການປິ່ນປົວ ສາມາດກົດເຊື້ອ HIV ຢູ່ໃນກະແສເລືອດໃຫ້ຕໍ່າກວ່າທີ່ກໍານົດໄວ້.
ຢ່າງໃດກໍຕາມ, ສໍາລັບການຈັດຕັ້ງປະຕິບັດເພື່ອບັນລຸຄາດໝາຍຢຸດຕິການແຜ່ເຊື້ອ HIV ໃຫ້ໄດ້ໃນປີ 2030 ຕາມທີ່ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດໄວ້ ຖືເປັນສິ່ງທີ່ທ້າທາຍຫລາຍໃນສັງຄົມລາວ ເພາະຕ້ອງໄດ້ເນັ້ນຫານະວັດຕະກໍາໃໝ່ເພື່ອຕອບໂຕ້ ແລະ ຂັບເຄື່ອນການປ້ອງກັນພະຍາດດັ່ງກ່າວໃຫ້ດີກວ່າເກົ່າ.
ສໍາລັບວັນສາກົນຕ້ານເອດ ເປັນວັນທີ່ປະຊາຊົນໃນທົ່ວໂລກຈະໄດ້ຮ່ວມພະລັງ, ຮ່ວມແຮງ, ຮ່ວມໃຈກັນໃນການສະກັດກັ້ນ, ຕ້ານເຊື້ອ HIV ແລະ ພະຍາດເອດ ໂດຍສະເພາະເປັນການສ້າງຂະບວນການໃນການ ເຜີຍແຜ່ຄວາມຮູ້ກ່ຽວກັບເຊື້ອ HIV ແລະ ພະຍາດເອດ, ຕ້ານການຈຳແນກ, ແບ່ງແຍກ ແລະ ລັງກຽດຜູ້ຕິດເຊື້ອ HIV ແລະ ພະຍາດເອດ.
