ລັດຖະມົນຕີກະຊວງ ຖວທ ມີຄຳເຫັນໂອ້ລົມ ໃນພິທີສະເຫລີມສະຫລອງວັນສ້າງຕັ້ງໂທລະພາບແຫ່ງຊາດລາວ ຄົບຮອບ 40 ປີ

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງໂທລະພາບແຫ່ງຊາດລາວຄົບຮອບ 40 ປີ ( 1 ທັນວາ 1983-1 ທັນວາ 2023) ໄດ້ຈັດຂຶ້ນໃນວັນທີ 1 ທັນວາ 2023, ໂດຍການເຂົ້າຮ່ວມ ຂອງທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ).
ທ່ານ ອໍາຄາ ວົງໜື່ນກ້າ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວກ່າວວ່າ: ໂທລະພາບແຫ່ງຊາດລາວ ເປັນແຫຼ່ງຂ່າວສານ, ສາລະບັນເທີງສຳລັບທ່ານ, ພາຍຫຼັງທີ່ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນມາໄດ້ 3 ຫາ 4 ປີ ກະຊວງໂຄສະນາຖະແຫຼງຂ່າວ ແລະ ທ່ອງທ່ຽວ ໃນເວລານັ້ນພາຍໃຕ້ການນໍາພາຂອງທ່ານລັດຖະມົນຕີ ສີຊະນະ ສີສານ ກໍໄດ້ຕັດ ສິນໃຈສ້າງເງື່ອນໄຂເພື່ອກໍ່ສ້າງໂທລະພາບ ໃນວັນທີ 1 ທັນວາ ປີ 1983 ໂທລະພາບແຫ່ງຊາດລາວ ໄດ້ຮັບການສ້າງ ຕັ້ງຂຶ້ນຢ່າງເປັນທາງການ ໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ກຳມະການກົມການເມືອງສູນກາງພັກ ຫົວໜ້າຈັດຕັ້ງສູນກາງພັກ ທັງເປັນຜູ້ຊີ້ນຳວຽກງານການເມືອງແນວຄິດ ໃນເວລານັ້ນ ແລະ ບັນດາຜູ້ນຳພັກ-ລັດອີກຫຼາຍທ່ານເຂົ້າຮ່ວມ. ໃນມື້ດຽວກັນນັ້ນລາຍການໂທລະ ພາບສີ 100% ໄດ້ກະຈາຍພາບ ແລະ ສຽງອອກສູ່ສາຍຕາປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ບໍລິເວນໃກ້ຄຽງເປັນເທື່ອທຳອິດຢ່າງສະຫງ່າຜ່າເຜີຍ.
ນັບແຕ່ປີ 2009 ມາຈົນເຖິງປັດຈຸບັນ, ໂທລະພາບແຫ່ງຊາດລາວໄດ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ, ທຊລ 1 ອອກອາກາດມື້ ໜຶ່ງ 18 ຊົ່ວໂມງ 30 ນາທີ, ສ່ວນ ທຊລ 3 ອອກອາ ກາດມື້ໜຶ່ງ 19 ຊົ່ວໂມງ. ການຜະລິດຂ່າວ-ຜະລິດລາຍການນັບມື້ນັບມີເນື້ອໃນຫຼາຍຂຶ້ນ. ຊຶ່ງປັດຈຸບັນ ໂທລະພາບແຫ່ງຊາດລາວ ໄດ້ມີລາຍການພາຍໃນ 30 ກວ່າລາຍການ, ລາຍການອ້ອມຂ້າງສູນກາງ 19 ລາຍການ, ລາຍການໂທລະ ພາບແຂວງ 12 ລາຍການ, ພ້ອມທັງໄດ້ເປີດໃຫ້ພາກ ສ່ວນເອກະຊົນສຳປະທານເວລາອອກອາກາດ 6 ລາຍການ; ໃນໄລຍະຫຼາຍປີຜ່ານມາ, ໂທລະພາບແຫ່ງຊາດລາວໄດ້ເຮັດສຳເລັດ ໜ້າທີ່ຂອງຕົນໃນການຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດ, ສັງຄົມເປັນຢ່າງດີໃນຫຼາຍດ້ານບໍ່ວ່າຈະເປັນລະດັບຊາດ, ລະດັບພາກພື້ນ ແລະ ສາກົນ. ປັດຈຸບັນໂທລະພາບແຫ່ງຊາດລາວໄດ້ມີ 13 ພະແນກຂຶ້ນກັບ ແລະ ດ້ານວຽກງານອື່ນໆກໍໄດ້ຮັບການຂະຫຍາຍຕົວ ແລະ ບັນລຸຜົນສໍາເລັດຕາມທີ່ພັກ-ລັດມອບໜາຍໃຫ້ ດັ່ງຄໍາຂວັນທີ່ວ່າ: ໂທລະ ພາບແຫ່ງຊາດລາວເປັນແຫຼ່ງຂ່າວສານ ສາລະບັນເທີງສຳລັບທ່ານ.
ໃນໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນ ດາຜົນງານທີ່ພະນັກງານໂທລະພາບແຫ່ງຊາດລາວສ້າງມາໄດ້ໃນຕະຫຼອດໄລຍະ 40 ປີຜ່ານມາ ພອ້ມທັງໃຫ້ທິດຊີ້ນໍາໃນຕໍ່ໜ້າເປັນຕົ້ນ ການປັບປຸງເນື້ອໃນ ແລະ ຮູບແບບໃຫ້ມີຄຸນນະພາບດີຂຶ້ນ, ຮັບປະກັນຄວາມວ່ອງໄວ, ຊັດເຈນຂອງການແຈ້ງຂ່າວ, ແຈ້ງເຕືອນ, ໃຫ້ຄວາມຮູ້, ແນະແນວ, ສຶກສາອົບຮົມ ແລະ ໃຫ້ຄວາມບັນເທິງໄປນຳ, ຄຽງຄູ່ກັບການຍົກລະດັບບຸກຄະລາກອນ, ປ່ຽນຖ່າຍລະບົບເຕັກນິກຈາກອະນາລ໋ອກໄປສູ່ດີຈີຕອນ ຫຼື ໄປສູ່ລະບົບ High Difinition (Full HD) ເພື່ອໃຫ້ທຽມທັນກັບພາກພື້ນ ແລະ ສາກົນ. ສິ່ງທີ່ກ່າວມາທັງໝົດນີ້ ເປັນພາລະໜ້າທີ່ອັນ ໜັກໜ່ວງທີ່ໂທລະພາບແຫ່ງຊາດລາວຕ້ອງໄດ້ສືບຕໍ່ພ້ອມກັນຕັດສິນໃຈບຸກບືນຢ່າງຕັ້ງໜ້າປະຕິ ບັດໜ້າທີ່ວຽກງານໃຫ້ປະສົບຜົນສຳເລັດ ໃຫ້ສົມກັບວ່າເປັນກະບອກສຽງຂອງພັກ-ຂອງລັດ ແລະ ເປັນເວທີສື່ມວນຊົນທີ່ໄວ້ໃຈໄດ້ຂອງປະຊາຊົນ. ໃນພິທີໄດ້ມີການຍອ້ງຍໍຜົນງານດີເດັ່ນໃຫ້ພະນັກງານໂທລະພາບແຫ່ງຊາດລາວ ແລະ ມອບໃບກຽດຕິຄຸນໃຫ້ແກ່ລູກຄ້າຂອງໂທລະພາບແຫ່ງຊາດລາວຕື່ມອີກ.

