ການນໍາຂັ້ນສູງ ສສ ຫວຽດນາມ ສົ່ງໂທລະເລກ ຊົມເຊີຍວັນຊາດ ສປປ ລາວ ຄົບຮອບ 48 ປີ
ວັນທີ 1 ທັນວາ 2023, ທ່ານ ຫງວຽນຝູ້ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ຫວໍ້ ວັນ ເຖື່ອງ ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ, ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແລະ ທ່ານ ເວື່ອງ ດິ່ງ ເຫວ້ ປະທານສະພາແຫ່ງຊາດ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ເນື່ອງໃນໂອກາດການສະເຫລີມສະຫລອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ.
ເນື້ອໃນໂທລະເລກ ໄດ້ລະບຸວ່າ: ເນື່ອງໃນໂອກາດ ການສະເຫລີມສະຫລອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2/12/1975-2/12/2023), ຕາງໜ້າພັກ, ລັດ ແລະ ປະຊາ ຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດ, ນໍ້າໃຈຖານທ່ານ ແລະ ຄວາມຮັກແພງຖານອ້າຍນ້ອງ ມາຍັງພັກ, ລັດ ແລະ ປະຊາຊົນ ແຫ່ງ ສປປ ລາວ.
ຕະຫລອດໄລຍະ 48 ປີຜ່ານມາ ໂດຍສະເພາະພາຍຫລັງ 37 ປີ ແຫ່ງການປະຕິບັດພາລະກິດການປ່ຽນໃໝ່ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນການປະຕິວັດ, ຜ່ານຜາຄວາມຫຍຸ້ງຍາກທຸກປະການ, ສິ່ງທ້າທາຍ, ຍາດໄດ້ຜົນງານອັນໃຫຍ່ຫລວງ ທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດໃນທຸກຂົງເຂດ, ຍົກສູງອິດທິພົນ ແລະ ຖານະບົດບາດຂອງພັກ ແລະ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ເວທີສາກົນ. ບັນດາໝາກຜົນດັ່ງກ່າວ ເປັນຄວາມພາກພູມໃຈລວມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດພວກເຮົາ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍໃຫ້ການສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານຕໍ່ພາລະກິດການປ່ຽນໃໝ່ຂອງລາວ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພວກທ່ານຈະສືບຕໍ່ມູນເຊື້ອຂອງບັນດາການນໍາຮຸ່ນກ່ອນ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ຍາດມາໄດ້ ພາຍໃຕ້ການຊີ້ນຳຂອງພັກປະຊາຊົນປະຕິວັດລາວ, ການບໍລິຫານຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ ປະຊາຊົນລາວອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນງານໃໝ່ທີ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດການປ່ຽນໃໝ່, ຈັດຕັ້ງປະຕິບັດບັນດາເປົ້າໝາຍ ທີ່ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ວາງອອກຢ່າງມີໄຊ. ປະສົບຜົນສຳເລັດໃນການສ້າງສາປະເທດຊາດ ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ວັດທະນະຖາວອນ ຕາມເປົ້າໝາຍສັງຄົມນິຍົມ.
ພວກຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຄ່ຽງຄູ່ກັບບັນດາໝາກຜົນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ໂດຍແມ່ນປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຜ່ານການຝຶກຝົນຫລໍ່ຫລອມ ແລະ ໄດ້ຮັບການເພີ່ມພຸນຄູນສ້າງຈາກບັນດາຫຸ່ນການນໍາສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ສາຍພົວພັນດັ່ງກ່າວໄດ້ຮັບການເສີມຂະຫຍາຍ ແລະ ພັດທະນານັບມື້ນັບເຂົ້າສູ່ລວງເລີກ, ລວງກວ້າງ, ທີ່ແທ້ຈິງ ແລະ ມີປະສິດທິຜົນຢູ່ໃນທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການປ່ຽນແປງໃໝ່ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຢູ່ແຕ່ລະປະເທດ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືຄວາມສຳຄັນ ແລະ ຮັບຮູ້ໄດ້ ການສະໜັບສະໜູນຢ່າງແຂງແຮງ, ການຊ່ວຍເຫລືອທີ່ໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາ ຊົນລາວອ້າຍນ້ອງທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມໃນຕະຫລອດໄລຍະເວລາທີ່ຜ່ານມາ. ພວກຂ້າພະເຈົ້າຈະເຮັດສຸດຄວາມສາມາດຂອງຕົນ ເພື່ອຮ່ວມກັບພັກ, ລັດ ແລະ ປະຊາຊົນລາວ ໃນການຖະນຸຖະໜອມ, ປົກປັກຮັກສາ ແລະ ເພີ່ມພຸນຄູນສ້າງໃຫ້ແກ່ສາຍພົວພັນພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບມີການພັດທະນາສູ່ລະດັບໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ສາກົນ.
ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຍາດມາໄດ້ຜົນງານອັນໃຫຍ່ຫລວງກວ່າເກົ່າໃນພາລະກິດອັນສູງສົ່ງຂອງຕົນ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.

