ຈະເປີດກອງປະຊຸມສະພາປະຊາຊົນ ນວ ວັນທີ 5-8 ທັນວາ 2023 ເພື່ອພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງ ນວ

ວັນທີ 30 ພະຈິກ 2023, ທ່ານ ນະຄະເສນ ສີຫາລາດ ຄະນະປະຈຳ ສະພາປະຊາຊົນ, ເລຂາທິການສະພາປະຊາຊົນ ນະຄອນຫລວງວຽງຈັນ ຖະແຫລງຂ່າວຕໍ່ຊື່ມວນຊົນກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫລວງ ເຊິ່ງຈະດຳເນີນຂຶ້ນໃນວັນທີ 5-8 ທັນວາ 2023 ຢູ່ຫ້ອງປະຊຸມສໍານັກງານ ອົງການປົກຄອງ ນະຄອນຫລວງວຽງຈັນ ເພື່ອສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫລວງວຽງຈັນຄື:
– ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງທ່ານເຈົ້າຄອງ ນະຄອນຫລວງວຽງຈັນ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງນະຄອນຫລວງ, ຕິດພັນກັບການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ໃນໄລຍະປີ 2021-2023 ຢູ່ນະຄອນຫລວງວຽງຈັນ.
– ພິຈາລະນາ, ຮັບຮອງເອົາ ຮ່າງຂໍ້ຕົກລົງຂອງ ທ່ານ ເຈົ້າຄອງ ນະຄອນຫລວງວຽງຈັນ ຈໍານວນ 02 ສະບັບ ຄື: ຮ່າງຂໍ້ຕົກລົງ ວ່າດ້ວຍການກໍານົດລາຄາຫົວໜ່ວຍຊົດເຊີຍທົດແທນຄ່າເສຍຫາຍ ຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະ II; ຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກໍາ ນະຄອນຫລວງວຽງຈັນ.
– ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການກວດສອບ ປະຈໍາພາກກາງ; ຜົນການກວດສອບ ປະຈໍາປີ 2022 ຂອງອົງການກວດສອບ ປະຈໍາພາກກາງ 1.
– ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ ຕາມມະຕິ 007/ສປນວ, ສະບັບເລກທີ 10 ກຸມພາ 2023; ຜົນການຕິດຕາມກວດກາຕາມຜົນການກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2018 ຢູ່ບາງພະແນກການ.
– ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ.
– ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສານປະຊາຊົນ ພາກກາງ ແລະ ສານປະຊາຊົນ ນະຄອນຫລວງ.
– ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ຕິດພັນກັບແຜນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫລວງ ຊຸດທີ II.
– ຮັບຟັງການປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດ ນະຄອນຫລວງ ຕໍ່ຜົນການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຂອງສະພາປະຊາຊົນ ນະຄອນ ຫລວງວຽງຈັນ.
– ຮັບຟັງການລາຍງານຊີ້ແຈງບາງບັນຫາສຳຄັນສຳຄັນ ແລະ ພົ້ນເດັ່ນ ຂອງນະຄອນຫລວງ ຈຳນວນໜຶ່ງ ເປັນຕົ້ນ: ວີທີການ, ມາດຕະການ ໃນການຊຸກຍູ້ສົ່ງເສີມ ແລະ ຂະຫຍາຍແຫລ່ງລາຍຮັບໃໝ່ ຂອງນະຄອນຫລວງວຽງຈັນ ທີ່ຕິດພັນກັບຂົງເຂດກະສິກໍາ ແລະ ປ່າໄມ້, ຂົງເຂດອຸດສະຫະກໍາ ແລະ ການຄ້າ, ຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂົງເຂດເຂດເສດຖະກິດພິເສດ; ກົນໄກ, ມາດຕະການສົ່ງເສີມ ແລະ ປົກປ້ອງການຜະລິດພາຍໃນ ລວມທັງການແບ່ງຄວາມຮັບຜິດຊອບ ຂອງພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ; ການຈັດຕັ້ງປະຕິບັດຜັງເມືອງ ແລະ ມາດຕະການຄຸ້ມຄອງຜັງເມືອງ; ການຄຸ້ມຄອງຄົນຕ່າງປະເທດ; ການຄຸ້ມຄອງ, ຕິດຕາມກວດກາ ການສຶກສາສໍາຫລວດ, ຂຸດຄົ້ນ ຫລື ສໍາປະທານແຮ່ເກືອໂປຕັສ (ເກືອກາລີ); ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອຕ້ອນຮັບການເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ແລະ ປີທ່ອງທ່ຽວລາວ 2024 ແລະ ການແກ້ໄຂບັນຫາເລື່ອງປ້າຍໂຄສະນາທີ່ບໍ່ຖືກຕ້ອງ ຢູ່ນະຄອນຫລວງ.
ດັ່ງນັ້ນ, ຈຶ່ງຂໍເຊີນຊວນໃຫ້ທຸກຄົນໃນທົ່ວສັງຄົມ ໂດຍສະເພາະ ຊາວນະຄອນຫລວງວຽງຈັນ ສາມາດມີຄຳຄິດຄຳເຫັນ ຫລື ຄຳສະເໜີເຂົ້າໃນກອງປະຊຸມ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫລື ໝາຍເລກໂທລະສັບ 021 260 251, 021 260 242 ເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນໄປ.

