ວັນທີ 29 ພະຈິກ 2023 ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ.
ທ່ານເລຂາທິການໃຫຍ່ອາຊຽນ ໄດ້ສະແດງຄວາມຂອບໃຈມາຍັງ ສປປ ລາວ ໃນການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຮັບຊາບຄວາມຄືບໜ້າໃນການກະກຽມການເປັນປະທານອາຊຽນ ຂອງ ສປປ ລາວ ໃນດ້ານຕ່າງໆ ລວມທັງດ້ານເນື້ອໃນ. ຝ່າຍ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເລຂາທິການໃຫຍ່ອາຊຽນ ທີ່ໄດ້ຢືນຢັນຄວາມໝາຍໝັ້ນທີ່ຈະສືບຕໍ່ສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວ ເພື່ອໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ.