ປີ 2023 ນີ້ ມີນັກໂທດໄດ້ຮັບການອະໄພຍະໂທດ 1.824 ຄົນ

ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຖະແຫລງ ກ່ຽວກັບການອະໄພຍະໂທດໃຫ້ນັກໂທດ ປະຈໍາປີ 2023 ວ່າ: ເນື່ອງໃນໂອກາດວັນສະຖາປານາສາທາລະນະລັດ ປະຊາຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ 2023 ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023), ຜ່ານການກວດກາ, ຄົ້ນຄ້ວາຢ່າງລະອຽດ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ຂອງລະບົບຍຸຕິທໍາ; ລັດຖະບານ ໄດ້ສະເໜີປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 21 ພະຈິກ 2023; ຕົກລົງໃຫ້ອະໄພຍະໂທດແກ່ນັກໂທດ ທັງໝົດ 1.824 ຄົນ, ຍິງ 238 ຄົນ; ຄົນຕ່າງປະເທດ 16 ຄົນ; ໃນນີ້, ໃຫ້ອະໄພຍະໂທດ ດ້ວຍການຫຼຸດຜ່ອນໂທດ 1.602 ຄົນ, ຍິງ 200 ຄົນ, ຄົນຕ່າງປະເທດ 13 ຄົນ; ອະໄພຍະໂທດ ດ້ວຍການປ່ອຍຕົວ 222 ຄົນ, ຍິງ 38 ຄົນ, ຄົນຕ່າງປະເທດ 3 ຄົນ.

ອີງຕາມລັດຖະທໍາມະນູນ ແລະ ລັດຖະບັນຍັດ ຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ແລະ ເພື່ອປະຕິບັດແນວທາງນະໂຍບາຍມະນຸດສະທໍານັ້ນ, ໃນແຕ່ລະປີ ລັດຖະບານ ໄດ້ຄົ້ນຄ້ວາ, ນຳສະເໜີອະໄພຍະໂທດ, ຜ່ອນໂທດ ໃຫ້ແກ່ນັກໂທດທີ່ເປັນຄົນລາວ ແລະ ຄົນຕ່າງປະເທດ ທີ່ມີການປະພຶດດີ, ມີຄວາມກ້າວໜ້າ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ຕະຫຼອດໄລຍະເວລາປະຕິບັດໂທດ ແລະ ດ້ວຍແນວທາງນະໂຍບາຍດ້ານມະນຸດສະທໍາດັ່ງກ່າວ ແມ່ນໄດ້ຈັດຕັ້ງປະຕິບັດຜ່ານມາຫຼາຍປີ ໂດຍແມ່ນຄະນະກໍາມະການອະໄພຍະໂທດຢູ່ແຕ່ລະຂັ້ນເປັນຜູ້ຄົ້ນຄວ້າ, ນຳສະເໜີຕາມຂັ້ນຕອນ ແລະ ລະບຽບການຢ່າງເຂັ້ມງວດ.