ວັນທີ 27 ພະຈິກ 2023 ເມືອງວຽງພູຄາ ແຂວງຫລວງນໍ້າທາ ຈັດພິທີມອບ-ຮັບເງິນນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ຕາມດໍາລັດ 272/ລບ ຢູ່ທີ່ຫ້ອງວ່າການເມືອງວຽງພູຄາ ຕາງໜ້າມອບໂດຍທ່ານ ບຸນຊົງ ວາໄຊຍີ ເຈົ້າເມືອງໆວຽງພູຄາ ມອບເງິນນະໂຍບາຍ ແລະ ຍາດພີ່ນ້ອງຜູ້ກ່ຽວ ຈໍານວນ 7 ທ່ານ ໂດຍມີທ່ານ ຄໍາເລົ່າ ແກ້ວລະກໍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເລກທີ 3575/ຮສສ ວ່າດ້ວຍການອະນຸມັດເງິນອຸດໜູນເສຍສະລະຊີວິດ ປະຈໍາປີ 2023 ຈໍານວນ 4 ທ່ານ, ຜ່ານຂໍ້ຕົກລົງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເລກທີ 3500/ຮສສ ວ່າດ້ວຍການອະນຸມັດເງິນອຸດໜູນເທື່ອດຽວຜູ້ຍັງມີຊີວິດ ປະຈໍາປີ 2023 ຈໍານວນ 3 ທ່ານ ເປັນເງິນ ທັງໝົດ 139 ລ້ານກວ່າກີບ.
ທ່ານ ຄໍາເລົ່າ ແກ້ວລະກໍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ມີຄໍາເຫັນໂອ້ລົມຕໍ່ບັນດາຜູ້ທີ່ໄດ້ຮັບເງິນນະໂຍບາຍເງິນນະໂຍບາຍ ອຸດໜູນເທື່ອດຽວ ແລະ ຍາດພີ່ນ້ອງຜູ້ທີ່ເສຍຊິວິດຄັ້ງນີ້, ເຊິ່ງແມ່ນຜູ້ທີມີຄຸນງາມຄວາມດີຕໍ່ປະເທດຊາດ ມີຄວາມຮູ້ຄວາມສາມາດ ໄດ້ປະກອບສ່ວນ ເຫື່ອແຮງ ແລະ ສະຕິບັນຢາ ເຂົ້າໃນວຽກງານຂອງພັກ ຂອງລັດ ແລະ ສ້າງສາພັດທະນາ ເມືອງວຽງພູຄາ ກໍຄື ປະເທດຊາດ ແລະ ຍັງໄດ້ເນັ້ນໃຫ້ຄອບຄົວທີ່ໄດຮັບເງິນນະໂຍບາຍຄັ້ງນີ້ ຈົ່ງມໜູນໃຊ້ເງິນດັ່ງກ່າວ ເຂົ້າໃນການພັດທະນາເສດຖະກິດຄອບຄົວຕົນ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ໃຫ້ເກີດຜົນປະໂຍດສູງສຸດ.