ໄລຍະງານບຸນພະທາດຫລວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 15 ເລື່ອງ ແລະ ມີຜູ້ເສຍຊີວິດ 2 ຄົນ

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫລວດ ຈະລາຈອນ ຫ້ອງຕຳຫລວດ ປກສ ນວ ລາຍງານວ່າ: ໃນໄລຍະງານບຸນນະມັດສະການພະທາດຫລວງວຽງຈັນ ແຕ່ວັນທີ 23-27 ພະຈິກ 2023, ມີອຸບັດຕິເຫດເກີດຂຶ້ນທັງໝົດ 15 ເລື່ອງ, ພາຫະນະເປ່ເພ 29 ຄັນ, ຄົນບາດເຈັບ 14 ຄົນ ແລະ ເສຍຊີວິດ 2 ຄົນ. ສາເຫດຫລັກທີ່ພາໃຫ້ເກີດອຸບັດເຫດແມ່ນດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ແລະ ຂັບຂີ່ໄວເກີນກຳນົດ.