ຍົກລະດັບວຽກງານໂຄສະນາອົບຮົມ ໃຫ້ 6 ແຂວງພາກກາງ

ວັນທີ 27 ພະຈິກ 2023 ໄດ້ການຝຶກອົບຮົມ ວຽກງານໂຄສະນາອົບຮົມ ໃຫ້ຄະນະໂຄສະນາອົບຮົມ 6 ແຂວງພາກກາງ ປະຈຳປີ 2023 ທີ່ແຂວງຄໍາມ່ວນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຫົວໜ້າຄະນະໂຄສະນາອົບຮົມຈາກແຂວງຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ວຽງຈັນ, ນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນ.
ການຈັດຊຸດອົບຮົມໃນຄັ້ງນີ້ ເພື່ອເປັນການພັດທະນາ ແລະ ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານໂຄສະນາອົບຮົມ 6 ແຂວງພາກກາງ ກໍາໄດ້ຄວາມຮູ້ກ່ຽວກັບວຽກງານໂຄສະນາປະຖະກະຖາ, ວຽກງານອົບຮົມ, ວິທີການຄົ້ນຄວ້າ-ສັງລວມ, ວຽກງານຫາງສຽງສັງຄົມ, ໂຄສະນາຜ່ານສື່, ເລຂານຸການ, ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາອົບຮົມ ແນໃສ່ໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມາດນຳໄປປັບປຸງ ແລະ ຍົກສູງຄຸນນະພາບຂອງວຽກງານໂຄສະນາອົບຮົມໃຫ້ດີຂຶ້ນກວ່າເກົ່າ ເພື່ອຕອບສະໜອງໜ້າທີ່ການເມືອງທີ່ນັບມື້ນັບສູງຂຶ້ນ.
ບົດຮຽນທີ່ນຳມາຝຶກອົບຮົມຄັ້ງນີ້ ປະກອບມີ ວຽກງານໂຄສະນາອົບຮົມຂອງພັກໃນໄລຍະໃໝ່, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາອົບຮົມຂອງພັກ, ສິລະປະໃນການເວົ້າ ແລະ ການໂຄສະນາ-ປາຖະກະຖາ, ບັນຫາພື້ນຖານຂອງວຽກງານໂຄສະນາ-ປຸກລະດົມ, ວຽກງານໂຄສະນາຜ່ານສື່, ການຂຽນ ແລະ ບັນຍາຍເອກະສານອົບຮົມ, ວຽກງານຄົ້ນຄວ້າ-ສັງລວມ, ວຽກງານຫາງສຽງສັງຄົມ ແລະ ວິທີການເກັບກຳ ນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານໂຄສະນາອົບຮົມ ແລະ ວຽກງານເລຂານຸການ-ການນໍາ. ການຝຶກອົບຮົມດັ່ງກ່າວຈະໃຊ້ເວລາ 5 ວັນ ຈົນຮອດ ວັນທີ 1 ທັນວາ 2023 ຈິ່ງຈະສໍາເລັດ.
อาจเป็นรูปภาพของ 6 คน และ ข้อความ