ປຶກສາຫາລື ການຄຸ້ມຄອງ ປະສານງານ ແລະ ຕິດຕາມ ການຈັດຕັ້ງປະຕິບັດຍຸດທະສາດການເງິນ

ກອງປະຊຸມປຶກສາຫາລືລະດັບສູງກ່ຽວກັບການຄຸ້ມຄອງ ປະສານງານ ແລະ ຕິດຕາມການຈັດຕັ້ງປະຕິ ບັດຍຸດທະສາດການເງິນ (2023-2025) ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຈັດຂຶ້ນວັນທີ 24 ພະຈິກ 2023, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບັກໂຄເດັຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ .

ຈຸດປະສົງ ເພື່ອປຶກສາຫາລືກ່ຽວກັບກົນໄກການຄຸ້ມຄອງ ປະສານງານ ແລະ ຕິດຕາມຄວາມຄືບໜ້າ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ລວມທັງ 54 ມາດຕະການ ຂອງຍຸດທະສາດການເງິນ ພາຍຫຼັງທີ່ຍຸດທະສາດດັ່ງກ່າວ ຖືກຮັບຮອງຈາກນາຍົກລັດຖະມົນຕີ  ໃນເດືອນມິຖຸນາຜ່ານມາ  ກອງປະຊຸມໄດ້ຟັງການສະເໜີກ່ຽວກັບ ທາງເລືອກໃນການຄຸ້ມຄອງ ປະສານງານ ແລະ ຕິດຕາມຍຸດທະສາດການເງິນ ສໍາລັບແຜນພັດການ 5 ປີ ຄັ້ງທີ IX ເຊິ່ງໄດ້ຍົກໃຫ້ເຫັນເຖິງກົນໄກການຕິດຕາມ ຄຸ້ມຄອງ ເພື່ອລາຍງານການຈັດຕັ້ງປະຕິບັດຍຸດທະສາດການເງິນ ຕໍ່ລັດຖະບານ ໂດຍຜ່ານກົນໄກການປະສານງານທີ່ມີໃນປັດຈຸບັນ ເຊັ່ນ:ຂະບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ໜ່ວຍງານຕ່າງໆທີ່ຢູ່ພາຍໃຕ້ຂະບວນການໂຕະ ມົນ ກອງປະຊຸມນັກທຸລະກິດລາວ ແລະ ອື່ນໆ ພ້ອມທັງໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງກອງເລຂາ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ຕິດຕາມ ຍຸດທະສາດດັ່ງກ່າວ ເຊິິ່ງປະກອບດ້ວຍກົມແຜນການ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ກົມນະໂຍບາຍການເງິນ ກະຊວງການເງິນ ແລະ ກົນໄກໃນການເຊື່ອມສານຍຸດທະສາດການເງິນ ເຂົ້າໃນຂະບວນການສ້າງ ຈັດຕັ້ງປະຕິບັດ ຕິດຕາມ ແລະ ປະເມີນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ຄັ້ງທີ X (2026-2030).

ທ່ານ ຄໍາເຈນ ວົງໂພສີ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງຍຸດທະສາດການເງິນນີ້ ເຊິ່ງຖືກສ້າງຂຶ້ນຕາມຫຼັກການຂອບການເງິນເຊື່ອມສານແຫ່ງຊາດ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງ ຮີບຮ້ອນເລັ່ງຈັດຕັ້ງປະຕິບັດຍຸດທະສາດການເງິນ ແລະ ມີການແບ່ງຄວາມຮັບຜິດຊອບລະອຽດ ເພື່ອເຮັດໃຫ້ການປະສານສົມທົບມີຄວາມກົມກຽວທີ່ສຸດ ພ້ອມທັງສະແດງຄວາມຂອບໃຈມາຍັງຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນໃນການສ້າງຍຸດທະສາດ ໃນໄລຍະຜ່ານມາ ແລະ ການຮ່ວມ ມືໃນໄລຍະການຈັດຕັ້ງປະຕິບັດໃນຕໍ່ໜ້າ,

ທ່ານ ບັກໂຄເດັຍ ເບີຄະນ໋ອຟ ໄດ້ເນັ້ນກ່ຽວກັບຄວາມສໍາຄັນຂອງການຕິດຕາມຄວາມຄືບໜ້າຂອງຍຸດທະສາດ ແລະ ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງລັດຖະບານ ຈົ່ງລາຍງານໃຫ້ລັດຖະບານຮັບຮູ້ເປັນປົກກະຕິ  ເຊິ່ງຈະເປັນການສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເສດຖະກິດ-ການເງິນ ປັດຈຸບັນ.