ກິດຈະກຳໃນການສະເຫລີມສະຫລອງວັນຊາດ ຢູ່ນະຄອນຫລວງວຽງຈັນ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 27 ພະຈິກ 2023 ໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ (ວັນທີ 2 ທັນວາ) ຄົບຮອບ 48 ປີ ເຊິ່ງ ນວ ເປັນເມືອງໜຶ່ງທີ່ເກົ່າແກ່ຕິດພັນກັບປະຫວັດສາດອັນຍາວແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຊາດລາວແຕ່ລະຍຸກແຕ່ລະສະໄໝ ພາຍຫຼັງ ສປປ ລາວ ໄດ້ສະຖາປະນາໃນປີ 1975 ນວ ກໍໄດ້ຮັບການພັດທະນາຢ່າງຮອບດ້ານ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ໃນນີ້ອັນພົ້ນເດັ່ນແມ່ນສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນຊາວ ນວ ໄດ້ມີຜົນສຳເລັດ ເສດຖະກິດເຕີບຢ່າງຕໍ່ເນື່ອງ ໃນປີ 2023 ຍອດຜະລິດຕະພັນພາຍໃນ (GDP) ຂອງ ນວ ໄດ້ 72.000 ກວ່າຕື້ ເກືອບເທົ່າກັບ 30% ຂອງ GDP ທົ່ວປະເທດ ການຈັດເກັບລາຍຮັບໃນ ນວ ໄດ້ 10.000 ກວ່າຕື້ ລວມໃສ່ລາຍຮັບແຫ່ງຊາດ ນວ ກວມເອົາ 50% ຂອງລາຍຮັບງົບປະມານທົ່ວປະເທດ ລາຍຮັບສະເລ່ຍຕໍ່ຫົວຄົນໃນປີ 2023 ເທົ່າກັບ 6.000 ໂດລາຕໍ່ຄົນ ເມື່ອທຽບຄືນຫຼັງປີ 1975 ແມ່ນເພີ່ມຂຶ້ນ 30 ເທື່ອຈາກລາຍຮັບຕໍ່ຫົວຄົນ ພ້ອມກັນນັ້ນຕົວເມືອງໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງເຮັດໃຫ້ ນວ ມີໂສມໜ້າໃໝ່ ການພົວພັນກັບບັນດານະຄອນຕ່າງໆກໍກວ້າງຂວາງ ແລະ ກ້າວເຂົ້າສູ່ລວງເລີກ ສັງລວມແລ້ວພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວດ້ວຍຄວາມຮັບຜິດຊອບທາງດ້ານການເມືອງ ແລະ ຄວາມສູ້ຊົນຂອງຄະນະພັກ ອົງການປົກຄອງຂອງ ນວ ທຸກຂັ້ນ ມູນເຊື້ອຄວາມສາມັກຄີຮັກແພງ ຄວາມເປັນເຈົ້າການຂອງປະຊາຊົນເຮັດໃຫ້ ນວ ມີການພັດທະນາຢ່າງຕໍ່ເນື່ອງ ຄວາມກ້າວເດີນຕາມເສັ້ນທາງທີ່ສະຫວ່າງສະໄຫວຂຶ້ນເລື້ອຍໆ.
ພາຍໃຕ້ຮົ່ມທຸງຂອງພັກໃນ 48 ປີຜ່ານມາໄດ້ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຈາກສິ່ງທີ່ບໍ່ມີກ້າວເປັນສິ່ງທີ່ມີຄວາມຫຍຸ້ງຍາກກ້າວມາສູ່ຄວາມສະດວກສະບາຍ ເຊິ່ງລ້ວນແລ້ວແຕ່ແມ່ນແນວທາງນະໂຍບາຍຂອງພັກ-ລັດທີ່ຖືກຕ້ອງສ່ອງໃສສະນັ້ນ ໃນໂອກາດວັນຊາດ ທີ 2 ທັນວາທີ່ຈະມາເຖິງນີ້ ຂ້າພະເຈົ້າໃນນາມຕາງໜ້າຄະນະພັກ ອົງການປົກຄອງ ນວ ກໍຄືຊາວ ນວ ຂໍອວຍພອນໄຊອັນປະເສີດມາຍັງທ່ານຜູ້ນຳພັກ-ລັດ ຜູ້ຊົງຄຸນວຸດທິ ນັກປະຕິວັດອາວຸໂສທີ່ໄດ້ທຸ່ມເທເຫື່ອແຮງເຮັດໃຫ້ມີວັນນີ້ໄດ້ ຂໍໃຫ້ບັນດາທ່ານມີຄວາມສຸກ ຄວາມຈະເລີນເພື່ອສືບຕໍ່ຊີ້ນຳ-ນຳພາປະເທດຊາດກ້າວໜ້າຢ່າງບໍ່ຢຸດຢັ້ງ ກໍຄືການຊີ້ນຳ-ນຳພາການພັດທະນາ ນວ ໃຫ້ເປັນນະຄອນຫລວງທີ່ຫລຸດພົ້ນຈາກ ນວ ດ້ອຍພັດທະນາຕາມຄວາມຫວັງໃນປີ 2025 ໃຫ້ສາມາດຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາ.
ສຳລັບກິດຈະກຳໃນການສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ ຕິດພັນກັບການສະເຫລີມສະຫລອງວັນເກີດປະທານໄກສອນພົມວິຫານ ການກະກຽມສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ນວ ໄດ້ກະກຽມໃນການຈັດກິດຈະກຳເພື່ອສະເຫຼີມສະຫຼອງວັນດັ່ງກ່າວດ້ວຍການປາຖະກະຖາເລົ່າມູນເຊື້ອຂອງວັນຊາດ ວັນພະບູລຸດໃຫ້ທົ່ວເຖິງ, ກິດຈະກຳຕ່າງໆໂດຍເລັ່ງໃສ່ການຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ສ້າງຂະບວນການປູກຈິດສຳນຶກປະຊາຊົນຊາວ ນວ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງວັນຊາດ, ການແຂ່ງຂັນນັກຮ້ອງສຽງດີ ຄາດວ່າຈະໄດ້ປະກາດຜົນ ແລະ ມອບລາງວັນໃນວັນຊາດ, ກິດຈະກຳຕ່າງໆຈະຈັດຢູ່ສວນປະຕູໄຊ ໃຫ້ມວນຊົນໄດ້ເຂົ້າຮ່ວມຊົມການສະແດງສິລະປະວັນນະຄະດີ ການສະແດງກາຍຍະສິນ, ເປີດໃຫ້ມວນຊົນຂຶ້ນຊົມປະຕູໄຊໂດຍບໍ່ເສຍຄ່າ.
cr: ໜັງສືພິມວຽງຈັນໃໝ່

