ຂົວຂ້າມນ້ຳເຊກອງຈະເປີດການນຳໃຊ້ໃນວັນທີ 2 ທັນວາປີນີ້

ແຫລ່ງຂ່າວທ້ອງຖິ່ນແຈ້ງ ວ່າ: ການກໍ່ສ້າງ ຂົວຂ້າມນ້ຳ ເຊກອງ ບ້ານໂພນຄຳ ເມືອງລະ ນາມ ແຂວງເຊກອງ ມາຮອດປັດ ຈຸບັນສຳເລັດແລ້ວຫລາຍກວ່າ 90%, ພາຍຫລັງລົງມືກໍ່ສ້າງ ມາແຕ່ຕົ້ນເດືອນພະຈິກ 2014, ໂດຍແມ່ນບໍລິສັດໄທເຊ (ປະເທດ ຢີປຸ່ນ), ຄາດວ່າຈະໃຫ້ສຳເລັດ ສົມບູນ ແລະ ຈະເປີດນຳໃຊ້ໃນ ວັນທີ 2 ທັນວາ ນີ້, ເພື່ອອຳນວຍ ຄວາມສະດວກ ໃນການໄປມາ ຫາສູ່ລະຫ່ວາງທ້ອງຖິ່ນ ແລະ ສສ ຫວຽດນາມ.
+ ຂົວຂ້າມນ້ຳຂອງປາກລາຍ-ຊະນະຄາມຈະເປີດນຳໃຊ້ໃນກາງເດືອນນີ້
+ ການກໍ່ສ້າງຂົວຂ້າມນ້ຳງື່ມນາບົງ-ທ່າກົກໄຮ ມີຄວາມຄືບໜ້າຫລາຍກວ່າ40%
ຮອງຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນ້ຳເຊກອງໄດ້ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວ ຂ້າມນ້ຳເຊກອງ ເມືອງລະມາມ ຕາມເສັ້ນທາງ 16B ເຊກອງ- ດາກຈຶງ-ສສ ຫວຽດນາມ, ແມ່ນໂຄງການໜຶ່ງ ທີ່ນອນຢູ່ ໃນ ແຜນພັດທະນາພື້ນຖານ ເສດຖະກິດສັງຄົມຂອງລັດຖະ ບານກໍຄືການພັດທະນາ ພື້ນຖານ ໂຄງລ່າງຂອງແຂວງເຊກອງ. ເພື່ອອຳນວຍຄວາມສະດວກ ໃນການຄົມມະນາຄົມຂົນສົ່ງ, ການຄ້າ, ແລະ ການສັນຈອນ ໄປມາຂອງປະຊາຊົນ, ເປັນໂຄງ ການທີ່ໄດ້ຮັບທຶນຊ່ວຍເຫລືອ ລ້າຈາກລັດຖະບານຍີ່ປຸ່ນ, ມີມູນ ຄ່າທັງໝົດ 1,6 ຕື້ເຢັນ ຫລື ປະ ມານ 115 ຕື້ກີບ, ມີຄວາມຍາວ 300 ແມັດ, ກ້ວາງ 11 ແມັດ, ມີ 2 ຊ່ອງການສັນຈອນ.

