ຄະນະກຳມະການຄຸ້ມຄອງຄວາມປອດໄພທາງຖະໜົນ ເປີດບຸດໂຄສະນາກົດລະບຽບຈະລາຈອນທີ່ບຸນພະທາດຫລວງວຽງຈັນ

ຄະນະກຳມະການຄຸ້ມຄອງຄວາມປອດໄພທາງຖະໜົນ ນະຄອນຫລວງວຽງຈັນ ໄດ້ສົມທົບກັບບັນດາບໍລິສັດທີ່ໃຫ້ການສະໜັບສະໜູນ ເປີດບຸດໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ຢູ່ບຸນພະທາດຫລວງວຽງຈັນ ປະຈໍາປີ 2023 ໃນວັນທີ 25-27 ພະຈິກນີ້, ເພື່ອໂຄສະນາປູກຈິດສໍານຶກການຂັບຂີ່ປອດໄພໃຫ້ມວນຊົນເຮັດໃຫ້ມວນຊົນທີ່ມາທ່ຽວງານ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດລະບຽບຈະລາຈອນ ທັງເປັນການຫລຸດຜ່ອນບັນຫາອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ. ເຂົ້າຮ່ວມໂດຍ ພັທ ວິລະພົງ ສະເໜ່ຫາ ຮອງຫົວໜ້າຫ້ອງຕໍາຫລວດ ຜູ້ຊີ້ນໍາວຽກງານພະແນກຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ແລະ ທ່ານ ສົມສະນິດ ຮວດທອງຄໍາ ຮອງຂະແໜງຂົນສົ່ງ ນວ.
ທ່ານ ສົມສະນິດ ຮວດທອງຄໍາ ກ່າວວ່າ: ໃນປີ 2022 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 1.072 ຄັ້ງ, ພາຫະນະເປເພ 1.906 ຄັນ, ຄົນໄດ້ຮັບບາດເຈັບ 1.441 ຄົນ ແລະ ມີຄົນເສຍຊີວິດທັງໝົດ 183 ຄົນ; ສະນັ້ນ, ເພື່ອເຮັດໃຫ້ມວນຊົນທີ່ມາທ່ຽວງານບຸນດັ່ງກ່າວ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບຈະລາຈອນ ໃຫ້ຫລາຍຂຶ້ນ ຄະນະຮັບຜິດຊອບຈິ່ງຈັດພິທີດັ່ງກ່າວຂຶ້ນ ເພື່ອຖ່າຍທອດຄວາມຮູ້ ແລະ ຫລັກການຕ່າງໆກ່ຽວກັບການນໍາໃຊ້ລົດ-ໃຊ້ຖະໜົນໃຫ້ຖືກວິທີ, ໃຫ້ຮູ້ກ່ຽວກັບວິທີຮັບມື ແລະ ຫລີກລ່ຽງບັນຫາທີ່ຈະພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ; ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງມວນຊົນທີ່ຈະເຂົ້າມາທ່ຽວຊົມງານບຸນດັ່ງກ່າວຢູ່ທີ່ເດີ່ນງານບຸນພະທາດຫລວງວຽງຈັນ ຄວນແວ່ຊົມວິທີການຖ່າຍທອດຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນ, ຫລັກການຂັບຂີ່ປອດໄພ ເຮັດແນວໄດ້ໃຫ້ການຂັບຂີ່ຂອງທ່ານຫຼີກລ່ຽງຈາກການເກີດອຸບັດຕິເຫດຕາມທ້ອງຖະໜົນ.
ສະເພາະບັນດາກິດຈະກໍາທີ່ຈະປະຕິບັດພາຍໃນງານດັ່ງກ່າວ ເຈົ້າໜ້າທີ່ຈະໄດ້ເຜີຍແຜ່ກົດລະບຽບຈະລາຈອນ, ຖ່າຍທອດຫລັກການຂັບຂີ່ປອດໄພໃຫ້ແກ່ມວນຊົນ, ແຈກແຜ່ນພັບ, ສະແດງຮູບພາບ ແລະ ຂໍ້ມູນກ່ຽວກັບອຸບັດຕິເຫດ, ສາຍວີດີໂອ ເພື່ອໃຫ້ມວນຊົນໄດ້ຊົມ ແລະ ເຫັນເຖິງຜົນເສຍຫາຍຈາກການເກີດອຸບັດຕິເຫດ; ນອກນີ້, ພາຍໃນງານ ຍັງມີກິດຈະກໍາຖາມ-ຕອບ ເພື່ອໃຫ້ມວນຊົນຮັບເອົາຂອງລາງວັນ ປະກອບມີ: ໝວກກັນທະທົບ, ເສື້ອຍືດ, ເສື້ອແຈກເກັດ, ຄັນຮົ່ມ ແລະອື່ນໆ.
ຂ່າວ: ຄວາມສະຫງົບ

