ໃນລະຫວ່າງວັນທີ 24-26 ພະຈິກ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ຝຶກອົບຮົມຍົກສູງຄວາມສາມາດດ້ານເນື້ອໃນ ໃຫ້ແກ່ພະນັກງານວິຊາການ ຂອງສະພາປະຊາຊົນຂັ້ນແຂວງ(ສພຂ) 6 ແຂວງພາກເໜືອຄື: ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ ໂດຍການເປັນປະທານຂອງທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ.
ຈຸດປະສົງ ກໍເພື່ອຍົກສູງຄຸນະພາບ ໃນການເປັນເສນາທິການດ້ານເນື້ອໃນ ແລະ ຮັບປະກັນຄວາມພ້ອມ ໃນການກະກຽມ ແລະ ຮັບໃຊ້ກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນຂັ້ນແຂວງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງເປັນການຍົກສູງຂີດຄວາມສາມາດວຽກງານເນື້ອໃນ ໂດຍສະເພາະບັນດາເອກະສານ ທີ່ຕິດພັນກັບກອງປະຊຸມສະພາປະຊາຊົນຂັ້ນແຂວງໃຫ້ມີຄຸນະພາບ ແລະ ເພື່ອຖ່າຍທອດ ແລກປ່ຽນບົດຮຽນດ້ານທິດສະດີ, ພຶດຕິກໍາຕົວຈິງ, ການສ້າງຄວາມເຂັ້ມແຂງທາງດ້ານການຂີດຂຽນເອກະສານປິ່ນອ້ອມ ໃຫ້ແກ່ກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນແຂວງ ເປັນຕົ້ນບົດສະຫຼຸບສັງລວມຄວາມເຫັນ, ຮ່າງຄໍາຖາມເຈາະຈີ້ມ, ບົດສະຫຼຸບ, ການເປັນເລຂານຸການກອງປະຊຸມຮອບດ້ານ ແລະ ເອກະສານອື່ນໆ.
ກອງປະຊຸມຍັງໄດ້ຮັບຟັງ ການສະເໜີກ່ຽວກັບ ການປະກອບຄໍາເຫັນຕໍ່ກອງປະຊຸມ ເຊັ່ນ:
– ການສ້າງຄໍາຊັກຖາມ ແລະ ບົດສັງລວມຄວາມເຫັນຂອງປະທານກອງປະຊຸມ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ເປັນຜູ້ນໍາສະເໜີ;
– ບົດການສ້າງຄໍາຖາມເຈາະຈີ້ມ ຂອງປະທານກອງປະຊຸມ ທ່ານ ໄຊປັນຍາ ພົມວິຫານ ວ່າການຫົວໜ້າພະແນກ ກົມເລຂານຸການ ເປັນຜູ້ນຳສະເໜີ;
ການຮ່າງບົດໂອ້ລົມໃຫ້ການນໍາ ການເປັນເລຂານຸການກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທ່ານ ຄໍາສະໄໝ ສໍາມະວົງ ຫົວໜ້າກົມເລຂານຸການ ເປັນຜູ້ນໍາສະເໜີ ;
– ການສ້າງບົດສະຫຼຸບ ແລະ ແຜນການເຄື່ອນໄຫວວຽກງານ ຂອງຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະເລຂາທິການ ທ່ານ ນາງ ໂຄຕະມີ ສະຫວັດດີ ຫົວໜ້າພະແນກສັງລວມ ກົມເລຂານຸການ ແລະ ບາງບົດຮຽນ ເປັນຜູ້ນໍາສະເໜີ;
– ກ່ຽວກັບການຮ່າງບົດຄໍາເຫັນ ກ່າວເປີດ-ກ່າວປິດກອງປະຊຸມ ທ່ານນາງ ສຸປານີ ແກ້ວມີໄຊ ຫົວໜ້າພະແນກເລຂານຸການ-ການນໍາ ກົມເລຂານຸການ ເປັນຜູ້ນໍາສະເໜີ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ບັນດາເອກະສານ ດັ່ງກ່າວ ຕາມແຕ່ລະຫົວຂໍ້.