ຈັບຕົວຊາຍໜຸ່ມ ລັກລົດຈັກ 10 ກວ່າຄັ້ງ ມາດຳເນີນຄະດີ ເງິນທີ່ໄດ້ຈາກການຂາຍລົດເອົາໄປເຕີມເກມ ແລະ ໃຊ້ຈ່າຍຟຸມເຟືອຍຈົນໝົດ

ປກສ ແຂວງຈຳປາສັກ ລາຍງານວັນທີ 24 ພະຈິກ 2023 ວ່າ: ເຈົ້າໜ້າທີ່ ປກສ ມ້າງຄະດີລັກຊັບພົນລະເມືອງ ຢູ່ເຂດບ້ານອີ່ຕູ້ ເມືອງປາກຊ່ອງ ແຂວງຈຳປາສັກ ສາມາດກັກຕົວຜູ້ກໍ່ເຫດຊື່ທ້າວ  ສຸກສະຫວັນ ( ກ່ຳ ) ອາຍຸ 36 ປີ ກຳມະກອນ ບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ ມາດຳເນີນຄະດີໃນຂໍ້ຫາ: ການລັກຊັບ, ລັກອາວຸດເສິກ ແລະ ເສບຢາເສບຕິດ.

ຜ່ານການສອບສວນຜູ້ກ່ຽວຮັບສາລະພາບວ່າ: ຕົນເອງໄດ້ເຄື່ອນໄຫວລັກລົດຈັກແທ້ ໂດຍຮ່ວມກັນກັບໝູ່ອີກ 2 ຄົນຊື່: ທ້າວ ຈູເນຍ ແລະ ທ້າວ ຕ້ອມ, ເຄື່ອນໄຫວລັກລົດໃນເຂດນະຄອນປາກເຊ, ເມືອງໂພນທອງ, ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ເອົາລົດຈັກທີ່ລັກມາໄດ້ໄປຂາຍໃຫ້ ທ້າວ ເອະ, ທ້າວ ຄຳໃສ, ທ້າວຄຳສຸກ ແລະ ທ້າວ ວິໄລສັກ ເຊິ່ງພວກກ່ຽວທັງໝົດ ແມ່ນຖືກເຈົ້າໜ້າທີ່ ປກສ ແຂວງຈຳປາສັກກັກຕົວມາດຳເນີນຄະດີ. ຜ່ານມາໄດ້ເຄື່ອນໄຫວລັກລົດຈັກມາແລ້ວ 10 ກ່ວາຄັ້ງ, ສ່ວນເງິນທີ່ພວກກ່ຽວຂາຍລົດໄດ້ໃນແຕ່ລະຄັ້ງແມ່ນນຳໄປຊື້ຢາເສບຕິດ, ຊື້ເຊີເກມ ແລະ ຫຼິ້ນກິນຟຸມເຟືອຍຈົນໝົດ ຕົກມາຮອດວັນທີ 20 ມິຖຸນາ 2023 ທ້າວ ສຸກສະຫວັນ ຈິ່ງຖືກເຈົ້າໜ້າທີ່ກັກຕົວ ແລະ ວັນທີ 22 ມິຖຸນາ 2023 ເຈົ້າໜ້າທີ່ກໍໄດ້ກັກຕົວທ້າວຈູເນຍ ແລະ ຜູ້ທີ່ຮັບຊື້ລົດຈັກ ແລະ ອາວຸດ ນຳພວກກ່ຽວມາດຳເນີນຄະດີ.

ສຳລັບເຄື່ອງຂອງກາງທີ່ເກັບກູ້ເຄື່ອງຂອງກາງຄືນໄດ້ມີ ປືນສັ້ນ 1 ກະບອກ ພ້ອມລູກ 5 ລູກ, ຫຼຽນພະ 8 ຫຼຽນ, ລົດຈັກ 11 ຄັນ, ເຊິ່ງເຈົ້າໜ້າທີ່ໄດ້ມອບລົດຈັກຄືນໃຫ້ເຈົ້າຂອງເດີມແລ້ວຈຳນວນໜຶ່ງ. ປັດຈຸບັນຄະດີດັ່ງກ່າວຢູ່ໃນຂັ້ນຕອນການສຳນວນຄະດີ ເພື່ອສົ່ງຟ້ອງໄອຍະການປະຊາຊົນແຂວງຈຳປາສັກ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.