ສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າ ນໍ້າເທີນ 2 ຫາລືການປົກປັກຮັກສາ

ໃນວັນທີ 26 ກັນຍານີ້, ການກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະພາບໍລິຫານອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າ ນໍ້າເທີນ 2, ໂດຍການເປັນປະທານຂອງທ່ານ ລຽນ ທິແກ້ວ ລັດຖະມົນ ຕີກະຊວງກະສິກຳ ແລະ ປ່າໄມ້, ມີ ຮອງເຈົ້າແຂວງ ຄຳມ່ວນ, ບໍລິຄຳໄຊ ແລະ ບັນດາເມືອງ ທີ່ນອນໃນພື້ນທີ ອາງໂຕ່ງນ້ຳເທີນ 2 ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ທອງແອັດ ໄພວັນ ຮັກສາການຫົວໜ້າກອງເລຂາອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນໍ້າ ນໍ້າເທີນ 2 ໄດ້ລາຍງາຍຜົນການຈັດຕັ້ງປະຕິບັດວຽກງານໃນ 5 ປີ ຜ່ານມາ ແລະ ແຜນການ 5 ປີ (2017-2021) ແລະ ວິໄສທັດຮອດປີ 2030, ໂດຍເລັ່ງໃສ່ລະບົບນິເວດດ້ານພັນພືດ, ພັນສັດປ່າທີ່ມີຄວາມອຸດົມສົມບູນ ແລະ ຊິວິດການເປັນຢູ່ຂອງປະຊາຊົນທີ່ອາໃສຢູ່ໃນເຂດແຫຼ່ງນ້ຳດັ່ງກ່າວ ແລະ ມໍລະດົກດ້ານທຳມະຊາດ. ເພື່ອເປັນການພື້ນຟູ, ປົກປັກຮັກສາຊິວະນາໆພັນ, ທີ່ອາໄສຢູ່ ແລະ ຄຸນຄ່າດ້ານການອະນຸລັກກໍຄືການ ຄຸນຄ່າດ້ານວັດທະນະທຳ ໃນເຂດປ່າສະຫງວນແຫ່ງຊາດ ແລະ ທັງເປັນການຮັບປະກັນປະລິມານນ້ຳທີ່ພຽງພໍໃນລະດັບການຕົກຕະກອນຕໍ່າໄຫຼເຂົ້າ ແລະ ອອກຈາກອ່າງເກັບນ້ຳດັ່ງກ່າວ ແລະ ທັງເປັນການສ້າງອົງການຄຸ້ມຄອງ ແລະ ປົກປັກຮັກສາ ແຫຼ່ງນໍ້າ ນໍ້າເທີນ 2 ໃຫ້ເປັນຕົວແບບໜຶ່ງທີ່ມີປະສິດທິພາບ, ມີການຮ່ວມມື ແລະ ການຄຸ້ມຄອງປ່າສະຫງວນ ດ້ວຍຕົນເອງຂອງທ້ອງຖິ່ນ, ທີ່ຕິດພັນກັບວິຖີຊິວິດຂອງປະຊົນໃຫ້ຮູ້ຈັກປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ຍືນຍົງ ແລະ ມີການເພິ່ງພາອາໄສກັນໃນລະບົບນິເວດອັນດຽວກັນ. ພ້ອມຈະເພີ່ມທະວິໃນການຄຸ້ມຄອງປ່າສະຫງວນຕາມຊາຍແດນ ແລະ ການປ້ອງກັນການລັກລອບລ່າສັດປ່າ ແລະ ການຄ້າຂາຍສັດປ່າໃນຂົງເຂດດັ່ງກ່າວໃຫ້ໝົດໄປ ເພື່ອເປັນການຄຸ້ມຄອງເຂດແຫຼ່ງນ້ຳແຫ່ງນີ້ ໃຫ້ມີຄວາມຍືນຍົງ. ໂດຍຈະນຳໃຊ້ລະບົບ ແລະ ຮູບແບບການຄຸ້ມຄອງຮ່ວມມີ 3 ໜ້າວຽກຕົ້ນ ຕໍຄື: ການວາງແຜນນຳໃຊ້ທີ່ດີິນ ແລະ ມອບດິນ-ມອບປ່າແບບມີສ່ວນຮ່ວມ ແລະ ການວາງແຜນ-ຄຸ້ມຄອງ, ນຳໃຊ້ຊັບພະຍາ ກອນທີ່ຍືນຍົງ, ຮັບຮູ້ສິດນຳໃຊ້ຕາມປະເພນີບົນພື້ນຖານກົດລະບຽບຂອງບ້ານ, ຈັດ ຕັ້ງຄະນະກຳມະການພັດທະນາບ້ານເພື່ອການອະນຸລັກ; ການຄຸ້ມຄອງເຂດແຫຼ່ງ ນ້ຳແບບມີ ສ່ວນຮ່ວມອື່ນໆ.

