ຍັງມີຜູ້ລະເມີດກົດໝາຍວ່າດ້ວຍປ່າໄມ້ ການຊື້-ຂາຍ ເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງ ໂດຍບໍ່ໄດ້ຮັບອະນຸຍາດ

ວັນທີ 24 ພະຈິກ 2023, ພະແນກ ກະສິກຳ ແລະ ປ່າໄມ້ ແຂວງວຽງຈັນໄດ້ດຳເນີນກອງປະຊຸມປຶກສາຫາລືວຽກງານປ່າໄມ້, ໂດຍການ ເປັນປະທານຂອງ ທ່ານ ຄຳພອນ ມຸນລະໄມ ຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້.
ທ່ານ ອົງອາດ ໄຊຍະເສນ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນລາຍງານວ່າ: ຜ່ານມາ ເຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງວຽງຈັນ ໄດ້ກວດກາພົບເຫັນຜູ້ລະເມີດກົດໝາຍວ່າດ້ວຍ ປ່າໄມ້ ແລະ ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ ສາມາດຈໍາແນກ ກໍລະນີກະທຳຜິດໄດ້ຄື: ສົ້ນເຂົ້າ, ສົ້ນອອກ ຂອງວັດຖຸດິບປ້ອນໂຮງງານ, ການບຸກລຸກ, ຈັບຈອງ ທີ່ດິນປ່າໄມ້, ການຕັດໄມ້ທຳມະຊາດ ແລະ ການບຸກເບີກທີ່ດິນໄມ້ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ການຊື້-ຂາຍ ແລະ ເຄື່ອນຍ້າຍໄມ້, ຊັບພະຍາ ກອນປ່າໄມ້, ເຄື່ອງປ່າຂອງດົງ ແລະ ສັດນໍ້າສັດປ່າ ທີ່ບໍ່ສອດຄ່ອງຕາມລະບຽບຫລັກການ ແລະ ກົດໝາຍ, ການຄຸ້ມຄອງທຸລະກິດໄມ້, ເຄື່ອງປ່າຂອງດົງ ແລະ ສັດນ້ຳ-ສັດປ່າ, ໄດ້ສະເໜີ ແຕ່ງຕັ້ງເຈົ້າໜ້າທີ່ກອງກວດກາປ່າໄມ້ ລົງເຄື່ອນໄຫວ ກວດກາລາດຕະເວນ ປະຈຳພາກສະໜາມ ແບ່ງເປັນ 4 ເຂດ, ແລະ ມີມາດຕະການແກ້ໄຂ ປະຕິບັດລະບຽບ, ດໍາເນີນຄະດີ ແລະ ແກ້ໄຂ ບັນຫາຕໍ່ຜູ້ທີລະເມີດລະບຽບຫຼັກການ ແລະ ກົດໝາຍວ່າດ້ວຍ ປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳ-ສັດປ່າໃນ 2 ຮູບການຄື: ແກ້ໄຂທາງບໍລິຫານ ຫຼື ທາງແພ່ງ ແລະ ແກ້ໄຂຕາມຂະບວນການກົດໝາຍ.
ແຂວງວຽງຈັນມີ 11 ເມືອງ, ມີເນື້ອທີ່ທັງໝົດຫຼາຍກວ່າ 1.592.800 ເຮັກຕາ, ການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ປະກອບມີ: ອຸທະຍານແຫ່ງຊາດ 1 ແຫ່ງ ມີເນື້ອທີ່ 38.290 ເຮັກຕາກວ່າ (ພູເຂົາຄວາຍ), ປ່າສະຫງວນແຫ່ງຊາດ 1 ແຫ່ງ ມີເນື້ອທີ່ 18.660 ເຮັກຕາກວ່າ, ປ່າສະຫງວນຂອງແຂວງ 5 ແຫ່ງ ມີເນື້ອທີ່ 166.680 ເຮັກຕາ, ປ່າສະຫງວນຂອງເມືອງ 5 ແຫ່ງ ມີເນື້ອທີ່ 18.320 ເຮັກຕາ, ປ່າປ້ອງກັນແຫ່ງຊາດ 3 ແຫ່ງ, ປ່າປ້ອງກັນຂອງແຂວງ 3 ແຫ່ງ ແລະ ປ່າປ້ອງກັນຂອງເມືອງ 7 ແຫ່ງ, ມີ ປ່າຜະລິດແຫ່ງຊາດ 1 ແຫ່ງ ມີເນື້ອທີ່ 211.300 ກວ່າເຮັກຕາ.

