ພາກລັດ ແລະ ເອກະຊົນ ຮ່ວມປຶກສາຫາລື ເພື່ອສົ່ງເສີມການລົງທຶນ ໃນ ສປປ ລາວ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະ  ແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 21ຂື້ນ ໃນວັນທີ 21 ພະຈິກ 2023, ເພື່ອປຶກສາຫາລື ລະຫວ່າງ ພາກລັດ, ພາກທຸລະກິດ ລວມທັງ ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃນ ສປປ ລາວ.

ໃນກອງປະຊຸມດັ່ງກ່າວ, ໄດ້ປຶກສາຫາລື 2 ຫົວຂໍ້ສຳຄັນຄື: ການຂາດແຮງງານວິຊາການສະເພາະດ້ານໃນຕະຫລາດແຮງງານລາວ ໂດຍນັກເສດຖະສາດ, ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ;   ຜົນການສຶກສາ ແລະ ຂໍ້ແນະນຳໂດຍລວມ ຈາກເອກະສານສະເໜີຄໍາເຫັນ ໂດຍຄະນະບໍລິຫານ ຈາກສະພາການການຄ້າເອີຣົບ ລວມທັງ ຜົນການສຳຫລວດຮ່ວມຂອງສະພາການຄ້າຕ່າງປະເທດ ກ່ຽວກັບການລົງທຶນຕ່າງປະເທດ ໃນ ສປປ ລາວ ທີ່ປະທານສະພາການຄ້າອົດສະຕາລີ ນຳສະເໜີ,  ກອງປະຊຸມໄດ້ເນັ້ນໃສ່ການນຳສະເໜີກ່ຽວກັບຄວາມຄືບໜ້າໃນການປັບປຸງ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ບັນຊີຄວບຄຸມ; ຄວາມຄືບໜ້າ ການປັບປຸງຂັ້ນຕອນການອອກອະນຸຍາດດຳເນີນທຸລະກິດ.

ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຍົກໃຫ້ເຫັນເຖິງຄວາມສຳຄັນໃນການປັບປຸງສະພາບ ແວດລ້ອມການດຳເນີນທຸລະກິດທີ່ອຳນວຍຄວາມສະດວກໃຫ້ແກ່ການແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທ້າຍ ດ້ານເສດຖະກິດມະຫາພາກ ຂອງ ສປປ ລາວ ໃນປັດຈຸບັນ,   ເຖິງວ່າໃນຊຸມປີຜ່ານມາໄດ້ມີການປັບປຸງໃນຫລາຍດ້ານ ເພື່ອສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ທຸລະກິດແລ້ວກໍຕາມ. ແຕ່ຍັງມີອີກຫລາຍກິດຈະກຳທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອສົ່ງເສີມຄວາມຫລາກຫລາຍທາງເສດຖະກິດ ແລະ ຫລຸດຜ່ອນການເອື່ອຍອີງໃສ່ຂະແໜງຊັບພະຍາກອນທຳມະຊາດໃນການຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດ.