ທະນາຄານແຫ່ງ ສປປ ລາວ ຍົກລະດັບມາດຕະຖານສາກົນດ້ານການລາຍງານການເງິນ

ກົມບັນຊີ ແລະການເງິນ ທະນາຄານແຫ່ງ ສປປລາວ (ທຫລ) ຮ່ວມກັບບໍລິສັດດີລອຍ (ລາວ) ຈໍາກັດຜູ້ດຽວ ໄດ້ຈັດການສໍາມະນາ ພາຍໃຕ້ຫົວຂໍ້ “ມາດຕະຖານສາກົນດ້ານການລາຍງານການເງິນ (IFRS)” ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-29 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຫົວໜ້າກົມບັນຊີ ແລະການເງິນ ແລະນັກສໍາມະນາກອນຈາກ ທຫລ ແລະທະນາຄານທຸລະກິດຕ່າງໆເຂົ້າຮ່ວມ.
ກອງປະຊຸມສຳມະນາດັ່ງກ່າວໄດ້ຈັດຂຶ້ນ ເພື່ອແນໃສ່ແລກປ່ຽນບົດຮຽນດ້ານວິຊາການ ເຊິ່ງ IFSR ເປັນມາດ ຕະຖານການລາຍງານການເງິນ ເປັນທີ່ຍອມຮັບຂອງສາກົນ ພວມມີບົດບາດສຳຄັນໃນເງື່ອນໄຂທີ່ພາກພື້ນ ແລະສາກົນມີການເຊື່ອມໂຍງດ້ານເສດຖະກິດ ເພື່ອຮັບປະ ກັນຄວາມໜ້າເຊື່ອຖື ແລະຄວາມສາມາດປຽບທຽບກັນໄດ້ຂອງຂໍ້ມູນທາງດ້ານເສດຖະກິດ-ການເງິນ; ສຳລັບຢູ່ ສປປລາວ, ກົດໝາຍວ່າດ້ວຍການບັນຊີ (ສະບັບປັບ ປຸງ) ເລກທີ 47/ສພຊ ລົງວັນທີ 26 ທັນວາ 2013 ໄດ້ກໍານົດໃຫ້ວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະເຊັ່ນ: ທະນາຄານ ແລະສະຖາບັນການເງິນ ປະຕິບັດວຽກງານບັນຊີຕາມມາດຕະຖານ IFRS; ແລະ ການນຳໃຊ້ມາດຕະຖານ IFRS ຈະເປັນໂອກາດທີ່ດີແກ່ພະນັກງານ ທຫລ ແລະ ທະນາຄານທຸລະກິດທີ່ຈະເຂົ້າໃຈເລິກເຊິ່ງຕໍ່ກັບບັນດາເນື້ອໃນ ແລະການຈັດຕັ້ງປະຕິບັດວຽກງານບັນຊີຕິດພັນກັບມາດຕະຖານ IFRS, ສາມາດນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານຕົວຈິງເພື່ອປັບປຸງ ແລະພັດທະນາວຽກງານດັ່ງກ່າວໃຫ້ມີປະສິດ ທິຜົນດີຂຶ້ນ, ຮັບປະກັນການປະຕິບັດຫຼັກການບັນຊີໃຫ້ມີຄວາມຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍ ແລະມາດຕະຖານບັນຊີສາກົນ.
# ຂ່າວ-ພາບ: ຣັດສະໝີ ດວງສັດຈະ

